• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບການອະນຸລັກຊີວະນາໆພັນ

ດ້ວຍເນື້ອທີ່ປ່າກວ່າ 14,7 ລ້ານເຮັກຕາ, ເຂດປ່າຂອງ ຫວຽດນາມ ແມ່ນບ່ອນອາໄສຂອງສັດປ່າ, ພຶກສາສາດນັບໝື່ນຊະນິດ.
(ພາບປະກອບ: dangcongsan.vn)

ໃນຂອບເຂດລາຍການ ທູດສື່ສານກ່ຽວກັບການອະນຸລັກຊີວະນາໆພັນ, ຕອນບ່າຍວັນທີ 26 ກັນຍາ, ຢູ່ແຂວງ ເລິມດົ່ງ, ກົມກະສິກຳປ່າໄມ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໄດ້ສົມທົບກັບອົງການພັດທະນາແຫ່ງຊາດອາເມລິກາ (USAID) ຈັດກອງປະຊຸມໂອ້ລົມສົນທະນາດ້ວຍຫົວຂໍ້ “ພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບການອະນຸລັກຊີວະນາໆພັນ”.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຈ້ຽວວັນລຶກ, ຮອງຫົວໜ້າກົມກະສິກຳປ່າໄມ້ ໃຫ້ຮູ້ວ່າ, ດ້ວຍເນື້ອທີ່ປ່າກວ່າ 14,7 ລ້ານເຮັກຕາ, ເຂດປ່າຂອງ ຫວຽດນາມ ແມ່ນບ່ອນອາໄສຂອງສັດປ່າ, ພຶກສາສາດນັບໝື່ນຊະນິດ. ປະຈຸບັນ, ບັນດາເຂດປ່າດົ່ງດິບ, ປ່າສະຫງວນແຫ່ງຊາດ... ໄດ້ ແລະ ພວມເປັນບ່ອນຈັດການເຄື່ອນໄຫວດ້ານການທ່ອງທ່ຽວ, ສະຖານທີ່ຢ້ຽມຊົມປ່າ ແລະ ສັດປ່າ. ຜ່ານນັ້ນ, ໄດ້ສ້າງວຽກເຮັດງານທຳເພື່ອຫາເງິນລ້ຽວຊີບໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນເຂດ “ເຂດເຊື່ອມຕໍ່”:

“ພວກເຮົາບໍ່ພຽງແຕ່ປົກປັກຮັກສາ ແລະ ປົກປ້ອງປ່າເທົ່ານັ້ນ ຫາກຍັງເສີມຂະຫຍາຍບົດບາດ ແລະ ຜົນປະໂຫຍດຈາກການອະນຸລັກຊີວະນາໆພັນ  ເພື່ອຮັບໃຊ້ ການດຳລົງຊີວິດຂອງມະນຸດ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກົນໄກນະໂຍບາຍພວມສືບຕໍ່ສ້າງໃຫ້ສົມບູນແບບ, ໃນໄລຍະຈະມາເຖິງ, ຈະສືບຕໍ່ ພັດທະນາການອະນຸລັກຊີວະນາໆພັນຢ່າງແຮງ ແລະ ຕິດພັນກັບການທ່ອງທ່ຽວຊີວະພາບ.”

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top