• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມແຜ່ແຮງບັນດານໃຈກ່ຽວກັບການພັດທະນາມະນຸດ

ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ປະຊາຊົນນັບລ້ານໆຄົນຖືກເສຍຊີວິດ, ຊີວິດການເປັນຢູ່ຂອງນັບຕື້ຄົນຖືກຜົນກະທົບຢ່າງແຮງ, ກໍ່ກຳລັງດັນຫນັກຫນ່ວງເຖິງລະບົບສາທາລະນະສຸກ ແລະ ຊີວິດສັງຄົມຂອງທຸກໆປະເທດ; ສົ່ງຜົນສະທ້ອນເຖິງການຊົມໃຊ້ສິດທິມະນຸດ. ໃນສະພາບການນັ້ນ ເລື່ອງຮັບປະກັນໃຫ້ສັງຄົມມີຄວາມປອດໄພຕໍ່ໂລກລະບາດ ແມ່ນວິທີດີສຸດເພື່ອຮັບປະກັນການຊົມໃຊ້ບັນດາສິດທິມະນຸດໃຫ້ແກ່ສະມາຊິກແຕ່ລະຄົນໃນສັງຄົມຢ່າງຄົບຖ້ວນ.ນະໂຍບາຍ,ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການປົກປ້ອງ, ຊຸກຍູ້ສິດທິມະນຸດໃນຫລາຍປີຜ່ານມາ ພິເສດ ໃນສະພາບໂລກລະບາດພວມແຜ່ແຮງບັນດານໃຈກ່ຽວກັບການພັດທະນາມະນຸດ.
(ພາບປະກອບ: baohiemxahoi.vn)

ບໍ່ພຽງແຕ່ກາຍເປັນຫນຶ່ງໃນບັນດາປະເທດເປັນແບບຢ່າງກ່ຽວກັບວິວັດການປະຕິບັດເປົ້າໝາຍສະຫັດສະຫວັດ ຂອງ ສະຫະປະຊາຊາດ (ສປຊ) ແລະ ເປົ້າໝາຍພັດທະນາແບບຍືນຍົງເທົ່າເນັ້ນ ຫາກຫວຽດນາມ ນັບມື້ນັບໄດ້ຮັບການຕີລາຄາສູງ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມສາກົນ ຍ້ອນມີຄວາມຮັບຜິດຊອບຕໍ່ກັບປະຊາຊົນ ເປັນຕົ້ນໃນສະພາບໂລກລະບາດໂຄວິດ 19 ພວມແຜ່ລະບາດຮ້າຍແຮງ.

ບັນດາຂີດໝາຍແຫ່ງ ຜົນສຳເລັດ

ບົດລາຍງານພັດທະນາມະນຸດທົ່ວໂລກປີ 2020 ໂດຍໂຄງການພັດທະນາຂອງ ສປຊ ຢູ່ ຫວຽດນາມສົມທົບກັບກະຊວງແຜນການ ແລະ ການລົງທຶນ ປະກາດໃນກາງເດືອນທັນວາປີ 2020 ເປັນຄັ້ງທຳອິດຫວຽດນາມ ຖືກຈັດເຂົ້າກຸ່ມບັນດາປະເທດມີດັດຊະນີພັດທະນາມະນຸດ (HDI) ຢູ່ລະດັບສູງໃນໂລກ. ລະອຽດຄື: ສຳລັບ HDI ແມ່ນ 0,704, ຫວຽດນາມຖືກຈັດອັນດັບ 117 ໃນຈຳນວນ 189 ປະເທດ ແລະ ເຂດແຄ້ວນ, ຫວຽດນາມ ກໍ່ແມ່ນຫນຶ່ງໃນບັນດາປະເທດ ໄດ້ ແລະ ພວມປະຕິບັດຄວາມສະເຫມີພາບລະຫວ່າງຍິງຊາຍເປັນຢ່າງດີ ດ້ວຍດັດຊະນີພັດທະນາ(GDI) ແມ່ນ 0,997 ຢືນອັນດັບ 65/162 ປະເທດ ແລະ ນອນໃນກຸ່ມສູງສຸດໃນ 5 ກຸ່ມຂອງໂລກ.

ໃນຊ່ວງເວລາເກີດໂລກລະບາດໂຄວິດ 19, ລັດຖະບານຫວຽດນາມໄດ້ມີນະໂຍບາຍຫນູນຊ່ວຍໃຫ້ແກ່ປະຊາຊົນ 13 ລ້ານຄົນທີ່ຖືກຜົນສະທ້ອນ. ສິ່ງທີ່ຫວຽດນາມ ປະຕິບັດໃນຊ່ວງເວລາເກີດໂລກລະບາດ ເປັນການພິສູດໃຫ້ເຫັນ ຈິດໃຈ “ເພື່ອປະຊາຊົນ” ກໍ່ຄືຜົນງານປົກປ້ອງ ແລະຊຸກຍູ້ສິດທິມະນຸດທີ່ເປັນຫນ້າຮັບຮູ້ຂອງຫວຽດນາມ.

ທ່ານນາງ Caitlin Wiesen ຫົວຫນ້າຜູ້ຕາງຫນ້າ UNDP ປະຈຳຫວຽດນາມ ໄດ້ຢືນຢັນວ່າ: “ຫວຽດນາມ ຮັບມືກັບໂລກລະບາດໂຄວິດ 19 ຢ່າງສຳເລັດຜົນ ແມ່ນເລື່ອງລາວແຜ່ແຮງບັນດາໃຈ”.   ປະຊາຄົມສາກົນຖືຫວຽດນາມ ແມ່ນ “ແບບຢ່າງ” ໃນການຮັບມືກັບໂລກລະບາດຢ່າງມີປະສິດທິຜົນ.

ສື່ມວນຊົນຝ່າຍຕາເວັນຕົກບາງອົງການໄດ້ຂຽນວ່າ: “ດ້ວຍທັດສະນະສະເຫມີຕົ້ນສະເຫມີປາຍ ຍອມເສຍຜົນປະໂຫຍດດ້ານເສດຖະກິດເພື່ອປົກປ້ອງຮັກສາສຸຂະພາບ, ຊີວິດອີນຊີຂອງປະຊາຊົນ, ລັດຖະບານ ຫວຽດນາມໄດ້ຢຶດໝັ້ນຍຸດທະສາດຫລັກແຫລ່ງ: ສະກັດກັ້ນ, ຄົ້ນພົບ, ແຍກຕົວ, ປິດລ້ອມຄວບຄຸມໂລກລະບາດ, ປິ່ນປົວໃຫ້ຄົນເຈັບຢ່າງສຸດຈິດສຸດໃຈສຸດຄວາມສາມາດ ພ້ອມກັບບັນດາມາດຕະການທັນການ, ຂ້ຽວຂາດ, ເປີດເຜີຍ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດຊາດ.”

ນັກຂ່າວ David Hutt  ຮັບຜິດຊອບຂ່າວການເມືອງຢູ່ ອາຊີຕາເວັນອອກສ່ຽງໃຕ້ ຂອງວິທະຍຸ BBC News ໄດ້ໃຫ້ຂໍ້ສັງເກດວ່າ: “ພັກກອມມູນິດ ຫວຽດນາມ ໄດ້ມີການກະທຳຢ່າງມີຄວາມຮັບຜິດຊອບ ແລະ ຖືປະຊາຊົນແມ່ນເຫນືອກວ່າສິ່ງໃດໝົດ”. ສ່ວນຫນ້າເວັບ liberationnews.org ຂອງອາເມລິກາໄດ້ຂຽນວ່າ: ຫວຽດນາມ ແມ່ນລັດຖະບານສັງຄົມນິຍົມ “ຖືປະຊາຊົນເຫນືອກວ່າຜົນປະໂຫຍດດ້ານເສດຖະກິດ”.

ຜົນງານແຜ່ແຮງບັນດານໃຈ

ນອກຈາກບັນດາຜົນງານກ່ຽວກັບການຮັບປະກັນສິດທິມະນຸດຢູ່ຫວຽດນາມ ໄດ້ຮັບການຮັບຮູ້ຈາກທົ່ວໂລກນັ້ນ  ຫວຽດນາມ ຍັງໄດ້ຮັບການຕີລາຄາວ່າ ແມ່ນຫນຶ່ງໃນບັນດາປະເທດເປັນແບບຢ່າງໃນວິວັດການປະຕິບັດບັນດາເປົ້າໝາຍສະຫັດສະຫວັດຂອງ ສປຊ ແລະ ເປົ້າໝາຍພັດທະນາແບບຍືນຍົງ. ຈາກພື້ນຖານເສດຖະກິດກະສິກຳຫລ້າຫລັງ ຢູ່ໃນລະດັບ14 ຕື້ USDໃນປີ 1985, ພາຍຫລັງ 35 ປີ ດ້ວຍຂອບຂະຫນາດພື້ນຖານເສດຖະກິດ ໄດ້ເພີ່ມຂຶ້ນທົບເກືອບ 19 ເທົ່າ ດ້ວຍ 262 ຕື້ USD ແລະ ກາຍເປັນຫນຶ່ງໃນ 16 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນຢ່າງສຳເລັດຜົນທີ່ສຸດຢູ່ໃນໂລກ. ເຖິງວ່າ ງົບປະມານ ຍັງປະສົບກັບຫຍຸ້ງຍາກຫລາຍຢ່າງ ແຕ່ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ໄດ້ເພີ່ມແຫລ່ງກຳລັງລົງທຶນໃຫ້ແກ່ການຫລຸດຜ່ອນຄວາມທຸກຍາກຂຶ້ນທົບ 2 ເທົ່າເມື່ອທຽບໃສ່ໄລຍະກ່ອນນີ້. ດ້ວຍ 21% ຈຳນວນງົບປະມານ, ຫວຽດນາມ ພວມແມ່ນປະເທດມີລະດັບງົບປະມານສະຫງວນໃຫ້ແກ່ສະຫວັດດີການສັງຄົມຫລາຍສຸດໃນຈຳນວນບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຍ້ອນປະຕິບັດບັນດານະໂຍບາຍສັງຄົມຢ່າງຄົບຊຸດ, ໃນໄລຍະ 2016 – 2020, ອັດຕາສ່ວນຜູ້ທຸກຍາກຢູ່ຫວຽດນາມ ໄດ້ຫລຸດລົງຈາກ 9,88% ໃນປີ 2015 ລົງເຫລືອງພຽງ 3,75% ໃນປີ 2019 ແລະ ຕ່ຳກວ່າ 3% ໃນປີ 2020, ນຳຫວຽດນາມ ກາຍເປັນປະເທດທຳອິດບັນລຸເປົ້າໝາຍສະຫັດສະຫວັດຂອງ ສປຊ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກກ່ອນກຳນົດເວລາ. ມາຮອດປະຈຸບັນ 100% ຕາແສງ ມີເສັ້ນທາງລົດໂອໂຕເຖິງໃຈກາງ, 99%  ຕາແສງ ແລະ 80% ບ້ານ ມີໄຟຟ້າໃຊ້. 100% ປະຊາຊົນຊາວເຜົ່າສ່ວນຫນ້ອຍ ແລະ ຜູ້ທຸກຍາກໄດ້ຊົມໃຊ້ປະກັນສຸຂະພາບໂດຍບໍ່ເສຍຄ່າ. ປະຈຸບັນ ທົ່ວປະເທດມີຜູ້ທຸກຍາກ ຜູ້ມີຄວາມສ່ຽງ ເກືອບ 3 ລ້ານຄົນໄດ້ຮັບບັດປະກັນສຸຂະພາບໂດຍບໍ່ເສຍຄ່າ.

ບັນດານະໂຍບາຍ ຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມໃນການປົກປ້ອງ ຊຸກຍູ້ສິດທິມະນຸດໃນຊຸມປີແຫ່ງການປ່ຽນແປງໃຫມ່ ພິເສດ ໃນສະພາບເກີດໂລກລະບາດໂຄວິດ 19 ທັງເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ທັງຮັກສາລະດັບການເຕີບໂຕເສດຖະກິດ, ຮັບປະກັນຊີວິດສັງຄົມ ນັ້ນແມ່ນການແຜ່ແຮງບັນດານໃຈກ່ຽວກັບການພັດທະນາມະນຸດຂອງຫວຽດນາມຢ່າງແທ້ຈິງ ແລະມີຊີວິດຊີວາ.

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top