• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມຄວບຄຸມເຊື້ອພະຍາດປອດອັກເສບໂດຍໄວຣັດ ໂກໂຣນາ ສາຍພັນໃໝ່ກໍ່ຂຶ້ນເປັນຢ່າງດີ

ອາດເວົ້າໄດ້ວ່າ ຂະແໜງສາທາລະນະສຸກ ຫວຽດນາມ ມີກຳລັງຄວາມສາມາດຢ່າງຄົບຖ້ວນ ເພື່ອຕິດຕາມການປິ່ນປົວທີ່ດີໃຫ້ແກ່ບັນດາກໍລະນີຖືກຕິດເຊື້ອພະຍາດດັ່ງກ່າວ.
“ຫວຽດນາມ ພວມຄວບຄຸມເຊື້ອພະຍາດປອດອັກເສບໂດຍໄວຣັດ ໂກໂຣນາ ສາຍພັນໃໝ່ກໍ່ຂຶ້ນເປັນຢ່າງດີ” ນັ້ນແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບວຽກງານການປ້ອງກັນ, ສະກັດກັ້ນ, ປິ່ນປົວເຊື້ອພະຍາດປອດອັກເສບໂດຍໄວຣັດ ໂກໂຣນາ ສາຍພັນໃໝ່(nCoV) ກໍ່ຂຶ້ນ ໃນຕອນແລງວັນທີ 28 ມັງກອນ ຢູ່ ຮ່າໂນ້ຍ.

(ພາບປະກອບ/TTXVN)

ເລື່ອງໂຮງໝໍ ເຈິເຫຼິຍ ຫວຽດນາມ ປິ່ນປົວຊາວ ຈີນ 1 ຄົນທີ່ຕິດເຊື້ອໄວຣັດ ໂກໂຣນາ ຈົນຫາຍດີເປັນປົກກະຕິ ແລະ ຄົນເຈັບຜູ້ອື່ນໆຈົນມີອາການດີຂຶ້ນນັ້ນ, ອາດເວົ້າໄດ້ວ່າ ຂະແໜງສາທາລະນະສຸກ ຫວຽດນາມ ມີກຳລັງຄວາມສາມາດຢ່າງຄົບຖ້ວນ ເພື່ອຕິດຕາມການປິ່ນປົວທີ່ດີໃຫ້ແກ່ບັນດາກໍລະນີຖືກຕິດເຊື້ອພະຍາດດັ່ງກ່າວ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ສ້າງຕັ້ງ 40 ທິມງານເຄື່ອນທີ່ໂດຍໄວ ເພື່ອສາມາດແຍກຕົວຜູ້ຖືກສົງໄສວ່າ ໄດ້ຕິດໄວຣັດ ໂກໂຣນາ ອອກຢູ່ຕ່າງຫາກ ແລະ ປິ່ນປົວຢູ່ກັບທີ່. ທ່ານຮອງນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາໂຮງໝໍຂັ້ນສູນກາງ, ຂັ້ນແຂວງສ້າງຕັ້ງທິມງານເຄື່ອນທີ່ໂດຍໄວ ເພື່ອຮັບມືຕໍ່ເຊື້ອພະຍາດໃນບໍລິເວນ.     ໃນຂະນະນັ້ນ, ບັນດາທ້ອງຖິ່ນຕ່າງໆຂອງ ຫວຽດນາມ ກໍ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບໂດຍໄວຣັດ ໂກໂຣນາ ສາຍພັນໃໝ່ກໍ່ຂຶ້ນໂດຍໄວ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top