• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະຕິບັດກົນໄກປະຕູດຽວ ອາຊຽນ ຢ່າງມີປະສິດທິຜົນ

      ຕາມທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລ້ວ, ທ້າຍປີ 2018, ກະຊວງຈະປະຕິບັດສຳເລັດ 100% ແຜນການເຊິ່ງລັດຖະບານມອບໝາຍໃຫ້

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ທີ່ກອງປະຊຸມ
      ຕອນເຊົ້າວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບກະຊວງຄົມມະນາຄົມຂົນສົ່ງ ກ່ຽວກັບໝາກຜົນແຫ່ງການປະຕິບັດກົນໄກປະຕູດຽວ ອາຊຽນ, ກົນໄກປະຕູດຽວແຫ່ງຊາດ ແລະ ສ້າງເງື່ອນໄຂດ້ານການຄ້າ. ຕາມທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລ້ວ, ທ້າຍປີ 2018, ກະຊວງຈະປະຕິບັດສຳເລັດ 100% ແຜນການເຊິ່ງລັດຖະບານມອບໝາຍໃຫ້, ແນໃສ່ນຳ 75 ລະບຽບການບໍລິຫານຂອງ 5 ຂົງເຂດໃນຂະແໜງຄົມມະນາຄົມຂົນສົ່ງ ເຂົ້າເຄື່ອນໄຫວຕາມກົນໄກປະຕູດຽວ ແລະ ປະຕູດຽວອາຊຽນ.
        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ສະເໜີວ່າ:
        ກະຊວງຄົມມະນາຄົມຂົນສົ່ງ, ສືບຕໍ່ກວດກາເອກະສານນິຕິກຳ ກ່ຽວກັບການຄຸ້ມຄອງສະເພາະຂະແໜງ, ສົມທຽບກັບບັນດາຄາດໝາຍ ແລະ ໜ້າທີ່ເຊິ່ງບັນດາມະຕິຂອງລັດຖະບານ ແລະ ບັນດາແຜນການເຄື່ອນໄຫວ ໄດ້ວາງອອກເພື່ອສາມາດຫລຸດຜ່ອນບັນດາປະເພດສິນຄ້າບໍ່ຈຳເປັນຕ້ອງກວດກາກ່ອນທີ່ເຮັດລະບຽບການພາສີ, ສ້າງເງື່ອນໄຂດ້ານການຄ້າ, ໄປຄຽງຄູ່ກັນນັ້ນແມ່ນການຕ້ານການສໍ້ໂກງດ້ານການຄ້າ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top