• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ຕັດສິນໃຈແກ້ໄຂ “ບັດເຫຼືອງ”

ແຜນການໄດ້ວາງອອກບາງໜ້າທີ່, ຄື: ນັບແຕ່ນີ້ຮອດເດືອນ ພຶດສະພາ 2023, ຕ້ອງໃຫ້ສຳເລັດວຽກງານຈົດທະບຽນ, ອອກໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳ, ຕິດຕັ້ງເຄື່ອງຕິດຕາມກວດກາການເດີນທະເລຂອງກ່ຳປັ່ນຫາປາ (VMS).
  (ພາບປະກອບ: VGP)  

ວັນທີ 13 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເຊັນຂໍ້ຕົກລົງປະກາດໃຊ້ “ແຜນການກະທຳຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ເລື່ອງບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ກະກຽມເຮັດວຽກກັບຄະນະກວດກາຂອງຄະນະກຳມະການ ເອີລົບ ຄັ້ງທີ 4”.

ແຜນການໄດ້ວາງອອກບາງໜ້າທີ່, ຄື: ນັບແຕ່ນີ້ຮອດເດືອນ ພຶດສະພາ 2023, ຕ້ອງໃຫ້ສຳເລັດວຽກງານຈົດທະບຽນ, ອອກໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳ, ຕິດຕັ້ງເຄື່ອງຕິດຕາມກວດກາການເດີນທະເລຂອງກ່ຳປັ່ນຫາປາ (VMS). ກວດກາ, ຕິດຕາມກວດກາ 24/7 ສຳລັບກ່ຳປັ່ນຫາປາທຸກລຳບົນທະເລ. ຮີບເຮັ່ງສ້າງຄະນະກວດກາການປະມົງທ້ອງຖິ່ນ. ພ້ອມກັນນັ້ນ, ປັບໄໝລົງໂທດບັນດາການກະທຳລະເມີດການຫາສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຢ່າງເຂັ້ມງວດ. ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືສາກົນກ່ຽວກັບອາຊີບຫາປາ, ປ້ອງກັນ, ຕ້ານການຂຸດຄົ້ນ IUU, ຮ່ວມມືຂຸດຄົ້ນສິນໃນນ້ຳລະຫວ່າງ ຫວຽດນາມ ແລະ ບັນດາປະເທດ; ປະຕິບັດພັນທະ, ຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບບັນດາສັນຍາ, ສົນທິສັນຍາສາກົນກ່ຽວກັບສິນນ້ຳເຊິ່ງ ຫວຽດນາມ ເປັນສະມາຊິກ ຫຼື ເຂົ້າຮ່ວມເພື່ອສະກັດກັ້ນ, ຕ້ານການຂຸດຄົ້ນ IUU ຢ່າງຄົບຖ້ວນ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top