• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນໃຈຜັນຂະຫຍາຍບັນດາຄຳໝັ້ນສັນຍາຢູ່ COP26

ທ່ານ Alok Shrma ສະແດງຄວາມປະທັບໃຈຕໍ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ.

ທ່ານ Alok Shrma ສະແດງຄວາມປະທັບໃຈຕໍ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ.

   

ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Alok Shrma, ລັດຖະມົນຕີກະຊວງລັດຖະບານ ອັງກິດ

(ພາບ: TTXVN)

ຕອນບ່າຍວັນທີ 30 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Alok Shrma, ລັດຖະມົນຕີກະຊວງລັດຖະບານ ອັງກິດ, ປະທານກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດ (COP26). ທີ່ການພົບປະ, ທ່ານ Alok Shrma ສະແດງຄວາມປະທັບໃຈຕໍ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ; ແລະ ສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະມີຄຳໝັ້ນສັນຍາດ້ານການເມືອງກ່ອນທີ່ຈະດຳເນີນກອງປະຊຸມ COP27 ແລະ ຄວນມີຄຳໝັ້ນສັນຍາຂອງລັດຖະບານຢູ່ໃນລະດັບສູງສຸດໃນຂົງເຂດນີ້. ທ່ານ Alok Shrma ໃຫ້ຮູ້ວ່າ, ຜ່ານມາ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen ໄດ້ພ້ອມກັນລົງລາຍເຊັນໃນຈົດໝາຍສົ່ງເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີສ້າງຕັ້ງການພົວພັນ “ຄູ່ຮ່ວມມືຫັນປ່ຽນພະລັງງານແບບຍືນຍົງ” (JETP) ລະຫວ່າງກຸ່ມ G7 ແລະ  ຫວຽດນາມ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເພີ່ມທະວີບົດບາດສ້າງກົດໝາຍ, ຕິດຕາມກວດກາ, ຈັດແບ່ງງົບປະມານເພື່ອຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ຢູ່ COP 26; ດຳເນີນການຕິດຕາມກວດກາລັດຖະບານ ຜັນຂະຫຍາຍການວາງແຜນຜັງລະດັບຊາດ, ປະຕິບັດການປັບປຸງ, ເພີ່ມເຕີມໃສ່ການວາງແຜນກຳນົດທີ່ກ່ຽວຂ້ອງເຖິງການເຕີບໂຕຂຽວ.

        ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສະເໜີໃຫ້ຝ່າຍ ອັງກິດ ຍູ້ແຮງການໜູນຊ່ວຍ ຫວຽດນາມ ໃນບັນດາບັນຫາຄື ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ ແລະ ໂຄງການໜູນຊ່ວຍດ້ານການເງິນ, ເຕັກນິກ ເພື່ອແນໃສ່ສ້າງການຫັນໄປເປັນພະລັງງານສະອາດ, ພະລັງງານຜະລິດຄືນໃໝ່.

(ແຫຼ່ງຄັດຈາກ VOV)

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top