• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ບັນດາຄວາມເອົາໃຈໃສ່, ບຸລິມະສິດກ່ຽວກັບການເພີ່ມທະວີລັດທິຫຼາຍຝ່າຍດ້ວຍບົດບາດໃຈກາງຂອງສປຊກວ່າອີກ

ຫວຽດນາມ ໄດ້ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 6 ເດືອນຕົ້ນປີດ້ວຍຫຼາຍເຫດການ.


ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ

(ພາບປະກອບ: TTXVN)


ກອງປະຊຸມທາງການຂັ້ນເອກອັກຄະລັດຖະທູດກວ່າ 200 ຄັ້ງ ແລະ ກອງປະຊຸມຂັ້ນເຮັດວຽກນັບຮ້ອຍຄັ້ງ, ພິເຈລະນາ 59 ບັນຫາໃນໂຄງການດຳເນີນງານ, ຮັບຮອງເອົາເອກະສານ 81 ສະບັບ… ແມ່ນບັນດາຕົວເລກປະທັບໃຈກ່ຽວກັບການເຄື່ອນໄຫວໃນໄລຍະ 6 ເດືອນຕົ້ນປີ 2020 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ຫວຽດນາມ ໄດ້ດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 6 ເດືອນຕົ້ນປີດ້ວຍຫຼາຍເຫດການ, ອັນໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ພາລະກິດພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນຂອງປະເທດຊາດ. ໃນບົດຂຽນດ້ວຍຫົວຂໍ້ວ່າ “ຫວນຄືນໄລຍະ 6 ເດືອນຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ກຳນົດທິດການພັດທະນາບົດບາດ, ການປະກອບສ່ວນຂອງຫວຽດນາມ ໃນໄລຍະຈະມາເຖິງ”, ທ່ານ ເລຮວ່າຍຈຸງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ: ບົນເນື້ອໃນຈິດໃຈ “ຄູ່ຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ”, ຫວຽດນາມ ຍາມໃດກໍ່ເຄົາລົບກົດບັດສະຫະປະຊາຊາດ, ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ; ຊອກຫາການສະໜັບສະໜູນມາດຕະການແກ້ໄຂໃຫ້ແກ່ບັນດາການແກ້ໄຂ, ການປະທະກັນຢູ່ພາກພື້ນ ແລະ ສາກົນ ຜ່ານການເຈລະຈາ; ພ້ອມທັງ, ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດຄືນໃໝ່, ການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top