• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄັດຄ້ານ ຈີນ ເປີດສາຍການບິນໄປຍັງເກາະຟູ໋ເລີມຂຶ້ນກັບໝູ່ເກາະຮ່ວາງຊາ

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ເລ​ຫາຍ​ບີ​ງ
           ວັນ​ທີ 23/12/2016 ທີກ່ຽວຂ້ອງ​ເຖິງ​ເລື່ອງ​ວັນ​ທີ 22/12/2016, ຈີນ ​ເປີດ​ສາຍ​ການບິນພົນລະ​ເຮືອນ​ເປັນ​ປະຈຳ​​ເຖິງສະໜາມ​ບິນ​ຢູ່​ເກາະ ຟູ໋​ເລີມ, ໝູ່​ເກາະ ຮ່ວາງ​ຊາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ ​ເລື່ອງ​ຈີນ ​ເປີດ​ສະຫຼອງ​ສາຍ​ການບິນພົນລະ​ເຮືອນ​ເຖິງ ຟູ໋​ເລີມ ​ແມ່ນ​ການ​ກະທຳລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ຢ່າງ​ຮ້າຍ​ແຮງ. ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ ​ແລະ ພື້ນຖານ​ນິຕິ​ກຳອັນ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ກໍ່​ຄື​ໝູ່​ເກາະ ​ເຈື່ອງ​ຊາ. ທ່ານ ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ ​ແລະ ຮຽກ​ຮ້ອງ ຈີນ ຢຸດ​ຕິ​ບັນດາ​ການ​ກະທຳ​ລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ.
 (ແຫຼ່ງຄັດຈາກ VOV)

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ບຸ​ລິ​ມະ​ສິດພັດ​ທະ​ນາ​ຂອງ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າ​ຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື​ຂອງ ສ​ປ​ຊ ແລະ UNDP ປະ​ຈຳ ຫວຽດ​ນາມ.

Top