• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນຢູ່ເຂດ ກາຊາ

ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນ, ບັນດາຮາກຖານມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ.
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 18 ຕຸລາ, ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບສະພາບການເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ເຂດ ຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ກ່າວປະນາມຢ່າງແຮງບັນດາການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງແນໃສ່ສາມັນຊົນ, ບັນດາຮາກຖານມະນຸດສະທຳ ແລະ ພື້ນຖານໂຄງລ່າງທີ່ຈຳເປັນ. ຫວຽດນາມ ຮຽກຮ້ອງບັນດາຝ່າຍຢຸດຍິງໃນທັນທີ, ຢຸດຕິບັນດາການກະທຳໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍມະນຸດສະທຳສາກົນ, ເຊື່ອມຕໍ່ການເຈລະຈາ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ແນໃສ່ບັນລຸໄດ້ມາດຕະການຍຸຕິທຳ, ສົມເຫດສົມຜົນ ແລະ ຍາວນານ ໃຫ້ແກ່ວິວັດການສັນຕິພາບຢູ່ຕາເວັນອອກກາງ, ຮັບປະກັນຊີວິດອິນຊີ, ຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນ. ຫວຽດນາມ ສະໜັບສະໜູນ ແລະ ກຽມພ້ອມເຂົ້າຮ່ວມໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ຊຸກຍູ້ການເຈລະຈາ ແລະ ໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດເກີດການປະທະກັນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ຢູ່ພາກພື້ນ ແລະ ຢູ່ ໃນໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top