• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມຮ່ວມມືເພື່ອແນໃສ່ຫັນບັນດາບຸລິມະສິດຂອງ ອາຊຽນ ໃນປີ 2023 ໃຫ້ປະກົດຜົນເປັນຈິງ

ທີ່ກອງປະຊຸມ SOM, ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ເຫັນດີເປັນເອກະພາບທິດທາງການຜັນຂະຫຍາຍບັນດາເນື້ອໃນໄດ້ບຸລິມະສິດຂອງ ອາຊຽນ ໃນປີ 2023, ເຊິ່ງລວມມີ: ຊຸກຍູ້ການເຕີບໂຕ ແລະ ຟື້ນຟູ; ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນລະບົບຂອງ ອາຊຽນ.
  ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) (SOM)  

ວັນທີ 6 ມີນາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າກອງປະຊຸມເຈົ້າໜ້າທີ່ອາວຸໂສ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) (SOM) ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ, ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM) ແລະ ກອງປະຊຸມຄັ້ງທີ 15 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG) ກ່ຽວກັບ Timor – Leste ເຂົ້າເປັນສະມາຊິກ ອາຊຽນ.

ທີ່ກອງປະຊຸມ SOM, ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ເຫັນດີເປັນເອກະພາບທິດທາງການຜັນຂະຫຍາຍບັນດາເນື້ອໃນໄດ້ບຸລິມະສິດຂອງ ອາຊຽນ ໃນປີ 2023, ເຊິ່ງລວມມີ: ຊຸກຍູ້ການເຕີບໂຕ ແລະ ຟື້ນຟູ; ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນລະບົບຂອງ ອາຊຽນ; ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງດ້ານແບບໃໝ່, ພິເສດແມ່ນຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງທາງອິນເຕີເນັດ, ອາດຊະຍາກຳຂ້າວຊາດ, ສ້າງຄວາມເຂັ້ມແຂງດ້ານສາທາລະນະສຸກ, ຄວາມໝັ້ນຄົງດ້ານການເມືອງ - ເສດຖະກິດ… ບັນດາປະເທດ ອາຊຽນ ເນັ້ນໜັກການຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍບົດບາດຂອງ ອາຊຽນ ໃນຄວາມມານະພະຍາຍາມໜູນຊ່ວຍ ມຽນມາ ຊອກຫາມາດຕະການມີຄວາມສາມາດເປັນໄປໄດ້, ໝັ້ນຄົງໃຫ້ແກ່ວິກິດການໃນປະຈຸບັນ; ຍົກສູງຫຼັກໝັ້ນຫຼັກການຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ຕັດສິນໃຈສ້າງ ທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະ ພັດທະນາ.

 

(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top