• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ກຳປູເຈຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

      ສອງຝ່າຍພ້ອມກັນຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງກອງທັບສອງປະເທດ, ຄື: ແລກປ່ຽນຄະນະຜູ້ແທນທະຫານທຸກຂັ້ນ, ສົມທົບກັນສ້າງຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບແລະນັບມື້ນັບພັດທະນາ

 ທ່ານພົນໂທຟານວັນຢາງ ແລະ  ທ່ານພົນເອກ VongPisen ຖ່າຍຮູບນຳບັນດາການນຳ
(ພາບ: TTXVN)
      ໃນຂອບເຂດການຢ້ຽມຢາມແລະເຮັດວຽກຢູ່ ລາຊະອານາຈັກກຳປູເຈຍ, ຕອນເຊົ້າວັນທີ 31 ຕຸລາ, ທ່ານພົນໂທຟານວັນຢາງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມດວ້ຍຄະນະຜູ້ແທນທະຫານຂັ້ນສູງຫວຽດນາມໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໂດຍທ່ານພົນເອກ VongPisen ຜູ້ບັນຊາການທະຫານສູງສຸດກອງທັບລາຊະອານາຈັກກຳປູເຈຍເປັນປະທານການຕ້ອນຮັບ.
        ກ່າວຄຳເຫັນທີ່ການພົບປະເຈລະຈາ, ສອງຝ່າຍພ້ອມກັນຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງກອງທັບສອງປະເທດ, ຄື: ແລກປ່ຽນຄະນະຜູ້ແທນທະຫານທຸກຂັ້ນ, ສົມທົບກັນສ້າງຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບແລະນັບມື້ນັບພັດທະນາ…
        ຕອນບ່າຍວັນດຽວກັນ, ທ່ານພົນໂທຟານວັນຢາງໄດ້ເຂົ້າຢ້ຽມຄຳນັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກກຳປູເຈຍ.     
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top