• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ.ເກົາຫຼີ ຝຶກຊ້ອມ​ນຳໃຊ້ອາວຸດຍຸດ​ທະ​ສາດ, ຍິ່ງ​ລູກ​ສອນ​ໄຟ​ລະ​ດັບ​ກາງ

ນ​ຂອ​ບ​ເຂດ​ການ​ຝືກ​ຊ້ອມ​ໄດ້​ນຳ​ໃຊ້​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ລະ​ດັບ​ກາງ.
ກອງ​ທັບ​ສ​ປ​ປ.ເກົາຫຼີ ເຂົ້າ​ຮ່ວມ​ການ​ຝືກ​ຊ້ອມ (ພາບ: Yonhap/VNA)
ຕາມ​ສຳ​ນັກ​ຂ່າວ​ສານ ສູນ​ກາງ ສ​ປ​ປ.ເກົາ​ລີ (KCNA) ແລ້ວ, ທ່ານ​ນາງ Kim Yo Jong ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ.ເກົາຫຼີ ແລະ ແມ່ນ​ນ້ອງ​ສາວ​ຂອງ​ການ​ນຳ Kim Jong Un ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ໄດ້​ດຳ​ເນີນ​ການຝຶກ​ຊຊ້ອມໃຊ້​ອາ​ວຸດ​ຍຸດ​ທະ​ສາດ ໂດຍຍິ່ງອອກ​ສູ່​ເຂດ​ທະ​ເລ​ທາງ​ທິດ​ຕ​າ​ເວັນ​ອອກ ໃນ​ຕອນ​ເຊົ້າ​ວັນ​ທີ 3 ຕຸ​ລາ. ໃນ​ຂອ​ບ​ເຂດ​ການ​ຝືກ​ຊ້ອມ​ໄດ້​ນຳ​ໃຊ້​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ລະ​ດັບ​ກາງ. ການ​ນຳ Kim Jong Un ໄດ້​ຕິດ​ຕາມກວດ​ຝືກ​ຊ້ອມ​ນີ້.ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ທີ 3 ຕຸ​ລາ, ສະ​ພາ​ເສ​ນາ​ທິ​ການ​ໃຫຍ່ ທະ​ຫານ​ປະ​ສົມ ສ.ເກົາຫຼີ (JCS) ໃຫ້​ຮູ້​ວ່າ ສ​ປ​ປ.ເກົາ​ຫຼີ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢ່າງ​ໜ້ອຍ​ສຸດ 1 ລູກ​ອອກ​ສູ່​ເຂດ​ທະ​ເລ​ທາງ​ທິດ​ຕ​າ​ເວັນ​ອອກ​ຈາກ​ເຂດ Wonsan ຢູ່​ຝັ່ງ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ​ ສ​ປ​ປ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ສີ​ສັນ​ຫ້າທະ​ວີບ ເຕົ້າ​ໂຮມ​ກັນ​ຢູ່​ໜອງ ຮ​ວ່ານ​ກຽມ, ຮ່າ​ໂນ້ຍ

“ສີ​ສັນ​ຫ້າທະ​ວີບ” ເຕົ້າ​ໂຮມ​ກັນ​ຢູ່​ໜອງ ຮ​ວ່ານ​ກຽມ, ຮ່າ​ໂນ້ຍ

ໃນ​ຂອບ​ເຂດ​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ​ຄັ້ງ​ທີ 2 - ປີ 2026, ຕອນ​ຄ່ຳ​ວັນ​ທີ 3 ຕຸ​ລາ, ຢູ່​ຖະ​ໜົນ​ຄົນ​ຍ່າງ ໜອງ​ຮ່​ວານ​ກຽມ, ໄດ້​ດຳ​ເນີນ​ວັນ​ບຸນ​ທ້ອງຖະ​ໜົນ “ສີ​ສັນ 5 ທະ​ວີບ”.

Top