• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າ​ງ​ເງື່ອນ​ໄຂ​ສະ​ດວກ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ຊາ​ຊົ​ນ ແລະ ວິ​ສາ​ຫະ​ກິດ

ວັນທີ 2 ມັງກອນ, ຢູ່ຮ່າໂນ້ຍ, ໜ່ວຍປະຕິບັດງານຂອງ ນາຍົກລັດຖະມົນຕີ ຫວຽດນາມໄດ້ມີການເຮັດວຽກ ເພື່ອປຶກສາຫາລືກ່ຽວກັບການສ້າງເຄື່ອງມື ແລະ ແຜນການ ຫຼຸດຜ່ອນ, ຫັນຂໍ້ກຳນົດ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວ ຜະລິດ, ດຳເນີນທຸລະກິດໃນໄລຍະປີ 2020 – 2025 ໃຫ້ມີຄວາມສະດວກງ່າຍດາຍກ່ວາ.

ທ່ານ ມາຍຕ໊ຽນຢຸງ ຫົວໜ້າຫ້ອງວ່າການລັດຖະບານ, ຫົວໜ້າໜ່ວຍປະຕິບັດງານ (ພາບ: VGP) 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ມາຍຕ໊ຽນຢຸງ ຫົວໜ້າຫ້ອງວ່າການລັດຖະບານ, ຫົວໜ້າໜ່ວຍປະຕິບັດງານ, ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຈະສ້າງຕັ້ງ ໜ່ວຍປະຕິບັດງານພິເສດກ່ຽວກັບການຊຸກຍູ້ການປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດ້ວຍເປົ້າໝາຍ ຄາດວ່າຈະ ຫຼຸດລົງ 20% ບັນດາເອກະສານທີ່ໄດ້ຮັບການປະກາດໃຊ້ ຂຶ້ນກັບສິດອຳນາດຂອງ ລັດຖະມົນຕີ, ນາຍົກລັດຖະມົນຕີ, ລັດຖະບານ, ຫຼຸດ ຄ່າໃຊ້ຈ່າຍບໍລິຫານທີ່ປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຄື່ອນໄຫວດຳເນີນທຸລະກິດຂອງແຕ່ລະປີລົງ ຢ່າງໜ້ອຍສຸດແມ່ນ 20%. ທ່ານ ມາຍຕ໊ຽນຢຸງ ຢັ້ງຢືນວ່າ ນີ້ແມ່ນການປະຕິຮູບຢ່າງເຖິງຖອງ, ມີລັກສະນະຕັດສິນແບບຍາວນານ, ມຸ່ງໄປເຖິງເປົ້າໝາຍທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ສັງຄົມ, ບໍ່ສ້າງຜົນສະທ້ອນທາງລົບຕໍ່ການເຄື່ອນໄຫວ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງວິສາຫະກິດ, ພ້ອມກັນນັ້ນ ຕ້ອງ ຖືວິສາຫະກິດເປັນໃຈກາງ ໃນການປະຕິຮູບ, ຫັນບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃຫ້ມີຄວາມສະດວກ, ງ່າຍດາຍ.
(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top