ຂ່າວສານ
ສ້າງບາດກ້າວພັດທະນາໃໝ່, ແທ້ຈິງ, ມີປະສິດທິຜົນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ
ຢູ່ກອງປະຊຸມເຈລະຈາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປິຕຸພູມລັດເຊຍ ແລະ ກອງທັບປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມພິທີເດີນສວນສະໜາມກ້ອນກຳລັງຢູ່ຈັດຕູລັດ ແດງ ໃນວັນທີ 09 ພຶດສະພາ.
ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງປະເທດ ລັດເຊຍ ໃນເວລາຜ່ານມາພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານາທິບໍດີ Putin. ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມ ໃນສະພາບການສອງປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 - 2025) ແລະ ບັນດາເຫດການປະຫວັດສາດທີ່ຍິ່ງໃຫຍ່ຂອງແຕ່ລະປະເທດ, ເປັນເອກະພາບຕ້ອງມີບັນດາໂຄງການລະອຽດ, ມີລັກສະນະສັນຍາລັກໃຫ້ແກ່ການພົວພັນມິດຕະພາບ ຫວຽດນາມ ລັດເຊຍ ໃນຍຸກສະໄໝໃໝ່.
ສອງຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນບັນດາວິສາຫະກິດພະລັງງານ, ນ້ຳມັນອາຍແກັດຂອງສອງປະເທດ ເພີ່ມທະວີການຮ່ວມມື, ເປີດກວ້າງການລົງທຶນ ແລະ ການເຄື່ອນໄຫວໃນດິນແດນຂອງກັນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982). ການນຳສອງທ່ານກໍ່ເຫັນດີເປັນເອກະພາບສ້າງບາດກ້າວພັດທະນາໃໝ່, ແທ້ຈິງ, ມີປະສິດທິຜົນໃນບັນດາຂົງເຂດ: ວິທະຍາສາດ - ເຕັກໂນໂລຢີ, ພະລັງງານປະລະມານູ, ເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, ພັດທະນາພື້ນຖານໂຄງລ່າງ, ຂໍ້ມູນຂ່າວສານ.
ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບບັນດາການກຳນົດທິດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ລັດເຊຍ ໃນໄລຍະຮ່ວມມືໃໝ່.