• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ກຳ​ລັງ​ບັນ​ດາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ໃຫຍ່, ມີ​ການພັດ​ທະ​ນາ​ເປັນ​ປົກ​ກະ​ຕິ

ລັດຖະບານ ຕ້ອງມີບັນດານະໂຍບາຍລະອຽດກ່ວາອີກ ເພື່ອສ້າງກຳລັງບັນດາວິສາຫະກິດເອກະຊົນໃຫຍ່, ມີການພັດທະນາຢ່າງເປັນປົກກະຕິ, ສາມາດຮັບມືກັບບັນດາຜົນກະທົບທີ່ໃຫຍ່ຫຼວງຈາກພາຍນອກ ແລະ ເພີ່ມທະວີປະສິດທິພົນຂອງພື້ນຖານເສດຖະກິດ.
  ກອງປະຊຸມສຳມະນາ “ຕີລາຄາ 500 ວິສາຫະກິດເອກະສານໃຫຍ່ທີ່ສຸດ ຫວຽດນາມ” (ພາບ: TTXVN)  

ຕອນເຊົ້າວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນຍຸດທະສາດພັດທະນາ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ຕີລາຄາ 500 ວິສາຫະກິດເອກະສານໃຫຍ່ທີ່ສຸດ ຫວຽດນາມ” (VPE500 – ລາຍງານ 2023). ຕາມການຕີລາຄານີ້, ວິສາຫະກິດການບໍລິການກວມເອົາຈຳນວນຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນວິສາຫະກິດການເງິນ, ທະນາຄານ, ປະກັດໄພ.

ກຸ່ມ 500 ວິສາຫະກິດເອກະຊົນໃຫຍ່ສຸດຢູ່ ຫວຽດນາມ ມີການເຄື່ອນໄຫວຢ່າງກະໂດດຂັ້ນເມື່ອທຽບໃສ່ກັບວິສາຫະກິດເອກະຊົນພາຍໃນປະເທດເວົ້າລວມກ່ຽວກັບຂອບຂະໜາດ ແລະ ໝາກຜົນໃນການດຳເນີນທຸລະກິດກໍຄື ການເຂົ້າຮ່ວມການເຄື່ອນໄຫວນຳເຂົ້າສົ່ງອອກ.

ຢູ່ກອງປະຊຸມສຳມະນາ, ກຸ່ມຄົ້ນຄ້ວາ ແລະ ນັກຊ່ຽວຊານເສດຖະກິດຫຼາຍທ່ານຖືວ່າ ລັດຖະບານ ຕ້ອງມີບັນດານະໂຍບາຍລະອຽດກ່ວາອີກ ເພື່ອສ້າງກຳລັງບັນດາວິສາຫະກິດເອກະຊົນໃຫຍ່, ມີການພັດທະນາຢ່າງເປັນປົກກະຕິ, ສາມາດຮັບມືກັບບັນດາຜົນກະທົບທີ່ໃຫຍ່ຫຼວງຈາກພາຍນອກ ແລະ ເພີ່ມທະວີປະສິດທິພົນຂອງພື້ນຖານເສດຖະກິດ. ທ່ານ ປ.ອ ເຈິ່ນຕວັນທັ້ງ, ຫົວໜ້າຄະນະສາກົນ, ສະຖາບັນຍຸດທະສາດພັດທະນາ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຖືວ່າ:

ເພື່ອໃຫ້ບັນດາວິສາຫະກິດໜຸ່ມຂອງ ຫວຽດນາມ ພັດທະນາກາຍເປັນ ວິສາຫະກິດໃຫຍ່ ຕ້ອງມີການໜູນຊ່ວຍຈາກລັດ, ເຊິ່ງການໜູນຊ່ວຍຢ່າງແທ້ຈິງ ບໍ່ແມ່ນການຫຼຸດຜ່ອນບາງສິ່ງບາງຢ່າງ, ຄ່າໃຊ້ຈ່າຍ ແລະ ບາງຂັ້ນຕອນໃນປະຕິບັດລະບຽບການບໍລິຫານ.  ບົດຮຽນປະສົບການຂອງສາກົນສະແດງໃຫ້ເຫັນວ່າ ລັດຖະບານຕ້ອງມີການໜູນຊ່ວຍແບບພິເສດ ໃຫ້ແກ່ວິສາຫະກິດເພື່ອມີບັນດາວິສາຫະກິດໃຫຍ່.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top