• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງແຜນການເຊື່ອມໂຍງດ້ານການທ່ອງທ່ຽວຫວຽດນາມໃນປະຊາຄົມເສດຖະກິດອາຊຽນ


ກອງ​ປ​ະ​ຊຸມ​ເຜີຍ​ແຜ່​ຍຸດ​ທະ​ສາດ​ທ່ອງ​ທ່ຽ​ວ​ອາ​ຊຽ​ນ​ໄລ​ຍະ 2016 2025 
ແລະ ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖ​ິງ​ການ​ເຊື່ອມ​ໂຍງ
(ພາບ: hanoimoi)
      ວັນ​ທີ 30/03, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ຈ​ັດ “ກອງ​ປ​ະ​ຊຸມ​ເຜີຍ​ແຜ່​ຍຸດ​ທະ​ສາດ​ທ່ອງ​ທ່ຽ​ວ​ອາ​ຊຽ​ນ​ໄລ​ຍະ 2016 – 2025 ແລະ ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖ​ິງ​ການ​ເຊື່ອມ​ໂຍງ” ດ້​ວຍ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ຂອງ​ “ໂຄງ​ການ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ການ​ທ່ອງ​ທ່ຽວ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວ​ດ​ລ້ອມ ແລະ ສັງ​ຄົມ”. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ສະ​ພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ກອງ​ປະ​ຊຸມ​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ນັກ​ຄຸ້ມ​ຄອງ - ນັກ​ວາງ​ແຜນ​ນະ​ໂຍ​ບາຍ, ນັກ​ຊ່​ຽວ​ຊານ​ຢູ່​ພາຍ​ໃນ ແລະ​ ຕ່າງ​ປະ​ເທດ, ປະ​ຊາ​ຄົ​ມ​ວິ​ສາ​ຫະ​ກິດ ກ​ໍ​ຄື​ຄົນ​ງານ​ແບ່ງ​ປັນ​ຂໍ້​ມູນ, ບົດ​ຮຽນ, ຕີ​ລາ​ຄາ​ກາ​ລະ​ໂອ​ກາດ, ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ. ນອກນັ້ນ, ນີ້​ກ​ໍ​ແມ່ນ​ກາ​ລ​ະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ເສັ້ນ​ທາງ​ເຊື່ອມ​ໂຍງ, ຈ​າກນັ້ນ, ເປັນ​ເຈ​ົ້​າ​ການ​ສ້າງ​ແຜນ​ການ, ຍຸດ​ທະ​ສາ​ດ​ເຄື່ອນ​ໄຫວ​ໃຫ້​ເໝາະ​ສົມ ແລະ ​ມີປະ​ສິດ​ທິ​ຜົນ ເພື່ອ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ເຊື່ອມ​ໂຍງ​ດ້າ​ນ​ການ​ທ່ອງ​ທ່ຽວ​ໃນ​ປະ​ຊາ​ຄົມ​ເສດ​ຖະ​ກິ​ອາ​ຊຽນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top