• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື

ບັນດາການເຄື່ອນໄຫວຮ່ວມມືຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ໄດ້ ແລະ ພວມສືບຕໍ່ໄດ້ຮັບການປັບປຸງ.

ບັນດາການເຄື່ອນໄຫວຮ່ວມມືຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ໄດ້ ແລະ ພວມສືບຕໍ່ໄດ້ຮັບການປັບປຸງ.

    

ພິທີລົງນາມລະຫວ່າງສອງຝ່າຍ

ວັນທີ 20 ກັນຍາ, ຢູ່ແຂວງ ອານຢາງ, ໄດ້ຈັດກອງປະຊຸມສາກົນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຄັ້ງທີ 6 ປີ 2022. ພາຍຫຼັງ 5ປີ ແຫ່ງການລົງນາມ, ຖະແຫຼງການຮ່ວມກ່ຽວກັບການສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືຮອບດ້ານພ້ອມກັນພັດທະນາຄັ້ງທີ 5 ປີ 2017 ທີ່ຈັດຂຶ້ນຢູ່ Kampot, ປະເທດ ກຳປູເຈຍ, ໄດ້ຮັບການຜັນຂະຫຍາຍປະຕິບັດ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ແທດຈິງ. ບັນດາການເຄື່ອນໄຫວຮ່ວມມືຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ໄດ້ ແລະ ພວມສືບຕໍ່ໄດ້ຮັບການປັບປຸງ, ປ່ຽນແປງໃໝ່, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ ແລະ ພັດທະນາຢູ່ແຕ່ລະປະເທດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເລຕ໋ຽນເຈົາ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ:

        ໃນບັນຍາກາດທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈຖານບ້ານໃກ້ເຮືອນຄຽງມິດຕະພາບຂອງກອງປະຊຸມຊາຍແດນມື້ນີ້ ແມ່ນເຫດການສຳຄັນໃນບັນດາການເຄື່ອນໄຫວຂອງເຫດການ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022”, ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນກ່ຽວກັບການພັດທະນາອັນດີງາມຂອງການພົວພັນ “ຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງສອງປະເທດຊາດ, ພວກເຮົາຍິ່ງຕັດສິນໃຈພ້ອມກັນຮ່ວມແຮງຮ່ວມໃຈຮັກສາ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ -ກຳປູເຈຍ ສວຍສົດງົດງາມ, ໝັ້ນຄົງທະໜົງແກ່ນຊົ່ວກາລະນານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top