• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ຮ່ວມມືຢ່າງມີປະສິດທິຜົນ

ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ (ພາບ: TTXVN)  

 ຕອນບ່າຍວັນທີ 26 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານປະເທດ ສປປ.ລາວ ປານີ ຢາທໍ່ຕູ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະພິຈາລະນາ ແລະ ແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບລະບອບລະບຽບການ ແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ 2 ຝ່າຍຮ່ວມມືກັນຢ່າງມີປະສິດທິຜົນກວ່າເກົ່າ, ປະກອບສ່ວນຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ໃຫ້ສູງຂຶ້ນ, ກໍຄືນຳການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນຂອງ 2 ປະເທດໃຫ້ພັດທະນາ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການເພີ່ມທະວີວຽກງານບຳລຸງສ້າງນັກສຶກສາ ລາວ ກໍຄືແລກປ່ຽນດ້ານວິຊາສະເພາະລະຫວ່າງພະນັກງານຂອງອົງການທີ່ກ່ຽວຂ້ອງຂອງ 2 ປະເທດ.

ສ່ວນທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ ຕີລາຄາສູງຂໍ້ລິເລີ່ມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່ຽວກັບການສ້າງກົນໄກການຮ່ວມມືລະຫວ່າງ 3 ສະພາແຫ່ງຊາດ ລາວ - ກຳປູເຈຍ - ຫວຽດນາມ ເພື່ອແນໃສ່ແລກປ່ຽນຄຳເຫັນ, ແບ່ງປັນບົດຮຽນດ້ານວິຊາສະເພາະຢ່າງທັນການ ແລະ ນັບມື້ນັບບັນລຸປະສິດທິຜົນກວ່າເກົ່າ.

2 ຝ່າຍໄດ້ເຫັນດີຕໍ່ເລື່ອງສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປິແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ; ຜ່ານນັ້ນຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ໂດຍສະເພາະແມ່ນໄວໜຸ່ມຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top