ກອງປະຊຸມພົບປະເຈລະຈາດ້ານສາທາລະນະສຸກນະຄອນ ໂຮ່ຈີມິນ ແລະ ອາເມລິກາ (ພາບ: TTXVN)
ນີ້ແມ່ນໂອກາດເພື່ອໃຫ້ການນຳຂະແໜງສາທາລະນະສຸກ ຫວຽດນາມ, ນະຄອນ ໂຮ່ຈີມິນ, ບັນດາວິສາຫະກິດ ອາເມລິກາ ແລະ ຫວຽດນາມ ແລກປ່ຽນ, ປຶກສາຫາລື, ຍົກອອກມາດຕະການຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ອາເມລິກາ ໃນຂົງເຂດສາທາລະນະສຸກກ່ວາອີກ ເພື່ອຮັບໃຊ້ປະຊາຊົນຢູ່ພາຍໃນປະເທດ ແລະ ພາກພື້ນ ອາຊຽນ.
ທີ່ກອງປະຊຸມພົບປະເຈລະຈາ, ວິສາຫະກິດ ອາເມລິກາ ຫລາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມື. ພ້ອມທັງຢືນຢັນທ່າແຮງຂອງບັນດານັກລົງທຶນ ອາເມລິກາ ແມ່ນພັດທະນາພື້ນຖານໂຄງລ່າງ; ຍົກສູງຄຸນນະພາບ, ປະສິດທິຜົນໃນເຕັກນິກການບົ່ງມະຕິ, ປິ່ນປົວພະຍາດ; ເສີມຂະຫຍາຍຄຸນປະໂຫຍດ, ນະໂຍບາຍປະກັນໄພສຸຂະພາບ ເພື່ອຮັບໃຊ້ປະຊາຊົນຢູ່ພາຍໃນປະເທດ ແລະ ສາກົນ…ເນື່ອງໃນໂອກາດນີ້, ສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ເປີດຕົວປຶ້ມປົກຂາວກ່ຽວກັບສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)