• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກອບ​ການ​ຮ່ວມ​ມື​ພັດ​ທະ​ນາ ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ໄລ​ຍະ 2022 – 2026

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ (ພາບ: baoquocte.vn)

ວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ໄດ້ເປັນປະທານ “ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບການສ້າງກອບການຮ່ວມມືພັດທະນາ ລະຫວ່າງ ຫວຽດນາມ - ສປຊ ໄລຍະ 2022 – 2026” ເພື່ອແນໃສ່ຕີລາຄາການຜັນຂະຫຍາຍແຜນຍຸດທະສາດລວມຂອງ ຫວຽດນາມ - ສປຊ (OSP) ໄລຍະ 2017 – 2021 ແລະ ສະເໜີບາງບາງການກຳນົດທິດບຸລິມະສິດ ແລະ ມາດຕະການທີ່ເໝາະສົມ ເພື່ອ ໃຫ້ ສປຊ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນການປະຕິບັດສຳເລັດບັນດາຍຸດທະສາດພັດທະນາ ເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ.

        ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ຢັ້ງຢືນວ່າ ສປຊ ໃຫ້ຄຳໝັ້ນສັນຍາ ຈະຮ່ວມເດີນທາງໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ປະຕິບັດບັນດາເປົ້າໝາຍສະຫັດສະວັດ, ຍົກສູງທີ່ຕັ້ງບົດບາດຢູ່ພາກພື້ນ ແລະ ໃນທົ່ວໂລກ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top