• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ແລະ ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ

      ຕອນເຊົ້າວັນທີ 18 ກັນຍາ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 17 – 18 ກັນຍາ 2020.

ທ່ານ ຟ້າມບີ່ງມິງ  ແລະ ທ່ານນາງ Kang Kyung Wha (ພາບ: VGP)
      ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ຢັ້ງຢືນຖືເປັນສຳຄັນການພົວພັນ 2 ຝ່າຍ ແລະ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃຫ້ແທດຈິງກ່ວາອີກ, ພິເສດແມ່ນໃນສະພາບການທີ່ 2 ປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ.
        ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ສະເໜີວ່າ ລັດຖະບານ ສ.ເກົາຫຼີ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ ສ.ເກົາຫຼີ, ໜູນຊ່ວຍຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ປະກອບສ່ວນບັນລຸໄດ້ຄາດໝາຍຍົກວົງເງິນການຄ້າ 2 ສົ້ນຂຶ້ນເປັນ 100 ຕື້ USD ໂດຍໄວ (ປີ 2019 ແມ່ນ 70 ຕື້ USD). 2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງສົ່ງເສີມວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນ ແລະ ເປີດກ້ວາງຂອບຂະໜາດການລົງທຶນຢູ່ ຫວຽດນາມ.
        ສ່ວນທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Kang Kyung Wha ໄດ້ຕີລາຄາສູງຕໍ່ການຕັດສິນໃຈຂອງ ຫວຽດນາມ ກ່ຽວກັບເລື່ອງເຊື່ອມຕໍ່ຖ້ຽວບິນການຄ້າກັບ ສ.ເກົາຫຼີ ຄືນໃໝ່ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ເຂົ້າເມືອງ ຫວຽດນາມ ຫລາຍກ່ວາອີກ ແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ.

ການພົບປະເຈລະຈາ (ພາບ: VGP)
              ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ເລື່ອງສະໜັບສະໜູນການຮັກສາສັນຕິພາບ, ຄວາມໝັ້ນຄົງເປັນປົກກະຕິ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top