• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິ່ງ ປີ 2020

      ວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິງ ປີ 2020 ເພື່ອແນໃສ່ປະຕິບັດບັນດາມາດຕະການຟື້ນຟູ, ຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນສະພາບການເກີດໂລກລະບາດໂຄວິດ - 19 ແລະ ມຸ່ງໄປສູ່ປີທ່ອງທ່ຽວແຫ່ງຊາດປີ 2021 ຢູ່ ນິງບິ່ງ.

ກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິງ ປີ 2020 (ພາບ: hanoimoi.com.vn)
      ປີ 2019, ແຂວງນິງບິ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວຈຳນວນ 7,5 ລ້ານ ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນຈຳນວນ 1 ລ້ານເທື່ອຄົນ. ເພື່ອບັນລຸໄດ້ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຈຳນວນ 3,5 ລ້ານເທື່ອຄົນໃນປີນີ້, ນັບແຕ່ນີ້ຮອດທ້າຍປີ, ຂະແໜງທ່ອງທ່ຽວແຂວງ ນິງບິງ ຕ້ອງຍູ້ແຮງການດຶງດູດແຂກທ່ອງທ່ຽວພາຍໃນ, ຍູ້ແຮງການກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ແລະ ຈັບອົກຈັບໃຈ. ທ່ານ ບຸ່ຍວັນແມ້ງ, ຮອງຜູ້ອຳນວຍການພະແນກ ທ່ອງທ່ຽວແຂວງນິງບິ່ງ ໃຫ້ຮູ້ວ່າ:
        “ບັນດາສະຖານທີ່ທ່ອງທ່ຽວຕ້ອງຮ່ວມສຳພັນນຳກັນເພື່ອພ້ອມກັນສ້າງຜະລິດຕະພັນທ່ອງທ່ຽວ, ເຮັດແນວໃດເພື່ອບັນດາຜະລິດຕະພັນທີ່ເໝາະສົມກັບແຂກທ່ອງທ່ຽວຫວຽດນາມ. ສິ່ງສຳຄັນທີ່ສຸດແມ່ນຄຸນນະພາບການບໍລິການ ແລະ ເໝາະສົມກັບຄວາມນິຍົມຊົມຊອບຂອງແຂກທ່ອງທ່ຽວ ແລະ ຄວາມຕ້ອງການໃນການບໍລິໂພກອຸປະໂພກຂອງຊາວ ຫວຽດນາມ. “
(ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top