• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງສາກສົບ ແລະ ເທົ່າກະດູກທີ່ຍັງເຫຼືອ 23 ຄົນຂອງຜູ້ປະສົບເຄາະຮ້າຍຄົນຫວຽດເສຍຊີວິດຢູ່ອັງກິດ ກັບມາຮອດປະເທດ

      ຕອນເຊົ້າວັນທີ 30 ພະຈິກ, ສາກສົບ ແລະ ເທົາກະດູກຂອງຜູ້ປະສົບເຄາະຮ້າຍຄົນຫວຽດ ເສຍຊີວິດຢູ່ເມືອງ Essex ທາງທິດຕາເວັນຕົກສ່ຽງເໜືອນະຄອນຫຼວງ London ປະເທດອັງກິດ ທີ່ຍັງເຫຼືອ 23 ຄົນນັ້ນໄດ້ສົ່ງກັບມາຮອດສະໜາມບິນ ໂນ້ຍບ່າຍ, ຮ່າໂນ້ຍ.

 (ພາບ: https://thanhnien.vn/)
      ເປັນອັນວ່າ, ໃນວັນທີ 27 ແລະ 30 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນຫວຽດນາມ ແລະ ອັງກິດ ເພື່ອສົ່ງສາກສົບ ແລະ ເທົ່າກະດູກຂອງຜູ້ປະສົບເຄາະຮ້າຍ 39 ຄົນກັບມາປະເທດສຳເລັດ ແລະ ມອບສົ່ງໃຫ້ຄອບຄົວ.
  ນີ້ແມ່ນໝາກຜົນຈາກການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ, ຄວາມມານະພະຍາຍາມຂອງກະຊວງການຕ່າງປະເທດຫວຽດນາມ, ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມດ້ວຍບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນພາຍໃນປະເທດ ໃນການສົມທົບກັນເປັນເຈົ້າການ ແລະ ແໜ້ນແຟ້ນກັບຝ່າຍອັງກິດ, ແນະນຳລະບຽບການທີ່ຈຳເປັນຕ່າງໆໃຫ້ແກ່ບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ, ເພື່ອນຳເອົາສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດຢ່າງຮີບດ່ວນ.  ບໍລິສັດໃຫ່ຍການບິນຫວຽດນາມ ກໍ່ໄດ້ໜູນຊ່ວຍຢ່າງຕັ້ງໜ້າ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍ.
    ວິວັດການຢັ້ງຢືນຊື່ ແລະ ນາມສະກຸນ, ປົກປ້ອງພົນລະເມືອງ ແລະ ສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດນັ້ນລ້ວນແຕ່ໄດ້ດຳເນີນໄປບົນຈິດໃຈມະນຸດສະທຳ, ສອດຄ່ອງກັບກົດໝາຍສາກົນ, ການກຳນົດຂອງກົດໝາຍ ແລະ ຮີດຄອງປະເພນີຂອງຫວຽດນາມ ແລະ ອັງກິດ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top