• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງມອບບົດບາດປະທານ ADMM 2022 ໃຫ້ແກ່ກຳປູເຈຍ

      ຕອນບ່າຍຂອງວັນທີ່ 10 ພະຈິກ, ພິທີມອບຮັບບົດບາດປະທານກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ASEAN 2022 (ADMM 2022) ໃຫ້ກຳປູເຈຍ, ໄດ້ຈັດຕັ້ງຕາມຮູບການທາງໄກ.
ພິທີມອບຮັບບົດບາດປະທານກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດ ASEAN 2022  ໃຫ້ກຳປູເຈຍ (ພາບ: qdnd.vn)
      ກ່າວມີຄຳເຫັນຢູ່ພີທີມອບຮັບ, ລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທີ່ສອງຂອງ ບຣູໄນ, ທ່ານ Pehin Datu Lailaraja Dato Paduka Seri Hajai Awang Halbi bin Haji Md Yussof ຢືນຢັນຄືນໃໝ່ວ່າ ບູຣໄນ ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຮ່ວມມື  ADMM; ຊົມເຊີຍ ແລະ ອວຍພອນ ກຳປູເຈຍ ດຳລົງຕໍາແໜ່ງປະທານ ADMM  ແລະ ຈັດຕັ້ງບັນດາກອງປະຊຸມທີ່ກ່ຽວຂ້ອງໃນປີ 2022 ໃຫ້ສຳເລັດ; ທ່ານເຊື່ອໜັ້ນວ່າ, ພາຍໃຕ້ການນຳພາຂອງ ກຳປູເຈຍ ໃນປີ 2022, ການຮ່ວມມືທາງດ້ານປ້ອງກັນປະຊາດຂອງ ASEAN ຈະນັບມື້ນັບພັດທະນາຍິ່ງໆຂຶ້ນ.
            ທ່ານ ພົນເອກ Tae Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ຢືນຢັນວ່າ, ໃນຖານະຕຳແໜ່ງປະທານ ADMM ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນປີ 2022, ກະຊວງປ້ອງກັນປະເທດ ກຳປູເຈຍ ຈະຊຸກຍູ້ ຄວາມມານະພາຍາມາມເປັນໝູ່ຄະນະຂອງ ADMM ເພື່ອປະກອບສ່ວນເຂົ້າໃນວຽກງານຮັບປະກັນຄວາມໝັ້ນຄົງ, ຊຸກຍູ້ການຟື້ນຟູພາກພື້ນໄລຍະຫຼັງ ໂຄວິດ 19 ໂດຍຜ່ານການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດສະມາຊິກ ASEAN.
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top