• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນນຳວົງເງິນການຄ້າສອງຝ່າຍ ຫວຽດນາມ-ອິນໂດເນເຊຍບັນລຸ 10 ຕື້ ໂດລາ ປີ 2018

      ຕອນບ່າຍວັນທີ 21/05, ຢູ່ສຳນັກງານປະທານປະເທດຫວຽດນາມ, ທ່ານ ເຈີນດາຍກວາງ ປະທານປະເທດຫວຽດນາມ ຕ້ອນຮັບ ທ່ານ Enggartiasto Lukita ລັດຖະມົນຕີກະຊວງການຄ້າ ອິນໂດເນເຊຍ ເຂົ້າຢ້ຽມຄຳນັບຕາມພິທີການທູດ

ສູນຊົນນຳວົງເງິນການຄ້າສອງຝ່າຍ ຫວຽດນາມ-ອິນໂດເນເຊຍບັນລຸ 10 ຕື້ ໂດລາ ປີ 2018 (ພາບ: ຫວຽດນາມ+)
      ປະທານປະເທດຫວຽດນາມ ສະເໜີເພື່ອເພີ່ມທະວີການພົວພັນສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະອາວຸໂສ ແລະ ທຸກຂັ້ນ. ພ້ອມທັງປາຖະໜາວ່າສອງຝ່າຍຕັ້ງໜ້າກະກຽມໃຫ້ກອງປະຊຸມ ຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ເພື່ອຊຸກຍູ້ການຮ່ວມມືກວ່າອີກ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 10 ຕື້ ໂດລາສະຫະລັດ ໃນປີ 2018. ທ່ານ ປະທານປະເທດຫວຽດນາມຖືວ່າ ສອງຝ່າຍຄວນພະຍາຍາມຊຸກຍູ້ວິວັດທະນາການເຈລະຈາແບ່ງກຳນົດເຂດເສດຖະ ກິດຈຳເພາະ ຢູ່ເຂດທະເລສອງຝ່າຍເຊິ່ງໄດ້ແບ່ງກຳນົດໄຫຼ່ທະວີບເມື່ອ ປີ 2003. ທ່ານ ເຈີນດາຍກວາງ ປະທານປະເທດຫວຽດນາມ ສະເໜີ ອິນໂດເນເຊຍ ບໍ່ໃຫ້ມ້າງທຳລາຍເຮືອຫາປາຂອງຫວຽດນາມ ປັດຈຸບັນກຳລັງຖືກກັກ ແລະ ຖືວ່າຄວນແກ້ໄຂບັນຫານີ້ດ້ວຍນໍ້າໃຈມະນຸດສະທຳ, ສອດຄ່ອງກັບການເປັນຄູ່ຮ່ວມມືຍຸດທະສາດ ແລະ ທັງແມ່ນສະມາຊິກໃນປະຊາຄົມອາຊຽນ.
        ສ່ວນຝ່າຍອິນໂດເນເຊຍ, ທ່ານ Enggartiasto Lukita ລັດຖະມົນຕີກະຊວງການຄ້າ ຢືນຢັນວ່າ ອິນໂດເນເຊຍ ຖືການພັດທະນາການຮ່ວມມືກັບຫວຽດນາມເປັນສຳຄັນທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ກ່ຽວກັບບັນຫາຊາວປະມົງຫວຽດນາມ, ທ່ານ ລັດຖະມົນຕີ ຊີ້ແຈງຈະແກ້ໄຂບັນຫານີ້ດ້ວຍນໍ້າໃຈມະນຸດສະທຳ. ທ່ານ  Lukita ລັດຖະມົນຕີ ຕີລາຄາສູງບົດບາດຂອງຫວຽດນາມ ໃນວຽກງານຈັດຕັ້ງບັນດາກອງປະຊຸມໃນຂອບເຂດ APEC; ພ້ອມທັງຢັ້ງຢືນຈະສືບຕໍ່ສະໜັບສະໜູນ ແລະ ສົມທົບກັບຫວຽດນາມໃນປີ APEC.
(ແຫຼ່ງຄັດຈາກ VOV)

                                                                                            

ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດຕົ້ນຕໍສຳລັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ...

Top