ຂ່າວສານ
ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລ ເກາະ ສີຊັງ ເຊື່ອມຕໍ່ປະຊາຊົນເຂົ້າຮ່ວມການຟື້ນຟູຊັບພະຍາກອນທະເລ
ສູນຂະຫຍາຍພັນປູມ້າ ພາຍໃຕ້ການອຸປະຖຳຂອງເຈົ້າຍິງ ມະຫາຈັກກຣີ ສີຣິນທອນ ໄດ້ສ້າງຕັ້ງຂຶ້ນກ່ອນນີ້ 4 ປີ, ມາຮອດປະຈຸບັນ, ທາງສູນໄດ້ເປີດສາຂາຂະຫຍາຍພັນສັດທະເລ 4 ສາຂາ ແລະ ປ່ຽນຊື່ເປັນ ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ. ໜ້າທີ່ຕົ້ນຕໍຂອງສູນແມ່ນຟື້ນຟູແຫຼ່ງຊັບພະຍາກອນມະນຸດ ແລະ ລະບົບຊີວະພາບ ຜ່ານການເຊື່ອມຕໍ່ປະຊາຊົນໝົດທຸກຄົນເຂົ້າຮ່ວມ, ພິເສດແມ່ນຊາວປະມົງທ້ອງຖິ່ນ.
ປະຈຸບັນ, ສູນຂະຫຍາຍພັນສັດທະເລ, ລວມມີ: ປູມ້າ, ຫອຍຫວານ, ປະກາລັງອ່ອນ, ປາມຶກ ແລະ ປາສະຫຼາມກົບ. ນີ້ແມ່ນບັນດາສັດທະເລມີມູນຄ່າດ້ານເສດຖະກິດສູງ ແລະ ສວມບົດບາດສຳຄັນຕໍ່ລະບົບຊີວະພາບ, ຊ່ວຍໃຫ້ການຫາປາຂອງຊາວປະມົງເປັນປົກກະຕິ ແລະ ຍືນຍົງ. ທ່ານ ປອ ນິນນາດ ໄຊທະນາວິສຸດ, ຜູ້ຮັບຜິດຊອບສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ, ໃຫ້ຮູ້ວ່າ:
(ທ່ານ ປອ ນິນນາດ ໄຊທະນາວິສຸດ)
ສຳລັບປາສະຫຼາມກົບ ແລະ ປາມຶກ, ເຖິງວ່າແມ່ນສັດທະເລ 2 ປະເພດໄດ້ຮັບອະນຸຍາດຂຸດຄົ້ນກໍຕາມ, ແຕ່ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຂົນຂວາຍຂອງສູນ, ເມື່ອຊາວປະມົງຈັບຫາໄດ້ປາສະຫຼາມກົບ ຫຼື ເຫັນໄຂ່ປາມຶກ ກໍລ້ວນແຕ່ນຳມາທາງສູນເພື່ອລ້ຽງ ຈົນຮອດເວລາໄຂ່ອອກເປັນໂຕແລ້ວປ່ອຍກັບຄືນທະເລ. ປ້າ ພະນົມວັນ ປຸນທະວີກິດຕິກັນ, ອາຍຸ 58 ປີ, ເປັນຊາວປະມົງຢູ່ເຂດເກາະ, ແບ່ງປັນວ່າ:
(ທ່ານ ພະນົມວັນ ພັນທະວີກິດຕິກັນ)
ໂດຍມີຄວາມແຕກຕ່າງກັບປູມ້າ ແລະ ຫອຍຫວານນັ້ນ, ປະກາລັງອ່ອນແມ່ນສັດທະເລໄດ້ຮັບການປົກປ້ອງ. ປະຊາຊົນບໍ່ໄດ້ຂຸດຄົ້ນ, ຊື້-ຂາຍ ແລະ ກຳມະສິດ. ປະຈຸບັນ, ປະກາລັງອ່ອນໃນທຳມະຊາດນັບມື້ນັບໜ້ອຍລົງ, ສະນັ້ນ, ທາງສູນໄດ້ດຳເນີນການຂະຫຍາຍພັນຜ່ານການການແນະນຳວິທີປູກ ແລະ ສົ່ງເສີມບັນດາແຂກທ່ອງທ່ຽວ ຫຼື ຜູ້ມາຢ້ຽມຊົມພ້ອມກັນເຂົ້າຮ່ວມການປູກປະກາລັງອ່ອນ. ເອື້ອຍ ຫະໄທມາສ ວັນຣັດ, ພາລະກອນສູນອະນຸລັກຮັກສາ ແລະ ຂະຫຍາຍພັນເກາະ ສີຊັງ, ໃຫ້ຮູ້ວ່າ:
(ເອື້ອຍ ຫະໄທມາສ ວັນຣັດ)
ການເຄື່ອນໄຫວຂອງສູນໄດ້ຮັບການຕີລາຄາສູງ ແລະ ສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ. ເອື້ອຍ ສີຍານົນ ທຽນງາມ, ພະນັກງານສິນໃນນ້ຳ ເມືອງເກາະ ສີຊັງ, ໃຫ້ຮູ້ວ່າ:
(ເອື້ອຍ ສີຍານົນ ທຽນງາມ)
ຜ່ານຄວາມເປັນຈິດໜຶ່ງໃຈດຽວ ແລະ ການຮ່ວມມືຂອງທັງອຳນາດການປົກຄອງ, ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ ແລະ ປະຊາຊົນ ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍດຽວກັນແມ່ນ ຟື້ນຟູແຫຼ່ງຊັບພະຍາກອນ ແລະ ລະບົບຊີວະພາບທະເລແບບຍືນຍົງ.