• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ດ່ານັງ, ອົງການບໍລິຫານສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ດ່ານັງ ໄດ້ຈັດພິທີມອບໃບຢັ້ງຢືນສະມາຊິກ ແລະ ປະກາດຜະລິດຕະພັນຂອງສູນ.
ຜູ້ແທນໄດ້ດຳເນີນພິທີເປີດຕົວສູນການເງິນລະບົບຕ່ອງໂສ້ການສະໜອງ (SCF Hub) ທີ່ VIFC-DN. (ພາບ: VNA
ຜູ້ແທນໄດ້ດຳເນີນພິທີເປີດຕົວສູນການເງິນລະບົບຕ່ອງໂສ້ການສະໜອງ (SCF Hub) ທີ່ VIFC-DN. (ພາບ: VNA

ທີ່ພິທີ, ອົງ​ການບ​ໍ​ລິ​ຫານ​ໄດ້​ປະ​ກາດ​ຫ້າ​ຜະ​ລິດ​ຕະ​ພັນ, ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເງິນ​ທີ່ໄດ້ຜັນຂະຫຍາຍໃນເບື້ອງຕົ້ນ. ບັນ​ດາຜະລິດຕະພັນເຫຼົ່ານີ້ສຸມໃສ່ການ​ຊັບ​ຊ້ອນ​ແຫຼ່ງ​ທຶນລົງທຶນ​ເຂົ້າພື້ນຖານໂຄງລ່າງ, ພະລັງງານ, ນ້ຳສະອາດ ແລະ ​ໜູນ​ຊ່ວຍ​ລະ​ບົບສະໜອງ. ສິ່ງທີ່ໜ້າສົນ​ໃຈ​ແມ່ນ ສັນຍາ​ຊັບ​ຊ້ອນທຶນທີ່​ມີມູນຄ່າ 9,8 ຕື້ USD ໃຫ້​ແກ່ໂຄງການ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນສາກົນ ຢາບິ່ງ ພ​້ອມ​ກັບ​ບັນ​ດາໂຄງການກ່ຽວຂ້ອງ.

ກ່ຽວກັບດ້ານພະລັງງານ, ​ບໍ​ລິ​ສັດ WPG IFC ຮ່ວມມືກັບບໍລິສັດ​ພະ​ລັ​ງ​ງານ​ທົດແທນ ດ່ານັງ ລົງທຶນໂຮງງານໄຟຟ້າແສງຕາເວັນ ຮວ່າວາງ ແລະ ລະບົບ​ຖ່ານເກັບຮັກສາ​ໄຟ​ຟ້າ. ກ່ຽວກັບນ້ຳສະອາດ, ​ບໍ​ລິ​ສັດ Climate Investor Vietnam - Water ໄດ້ໃຫ້ຄຳໝັ້ນສັນຍາ 1 ລ້ານ USD ເພື່ອລົງທຶນໃນໂຮງງານນ້ຳ ຟູບິ່ງ ແຂວງ ທາຍງວຽນ. Climate Fund Managers ຂອງ ໂຮນ​ລັງ ໄດ້ໃຫ້ຄຳໝັ້ນສັນຍາ​ອຸ​ປະ​ຖຳ​ຈຳ​ນວນ​ເງິນ 50 ລ້ານ USD ໃຫ້​ແກ່​ບັນ​ດາໂຄງການສະໜອງນ້ຳ, ບຳບັດນ້ຳເສຍ ແລະ ການປັບຕົວກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດຢູ່​ນະ​ຄອນ ດ​່ານັງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ.

Top