ໄລ່ຮອດ 6 ໂມງ 30 ນາທີຂອງຕອນເຊົ້າວັນທີ 21 ພະຈິກ, ຢູ່ບັນດາແຂວງ ຢາລາຍ, ດັກລັກ, ແຄັງຮວ່າ ແລະ ເລິມດົ່ງ ມີຜູ້ເສຍຊີວິດ ແລະ ຫາຍສາບສູນຍ້ອນນ້ຳຖ້ວມ 52 ຄົນ; ມີເຮືອນຫຼາຍກວ່າ 68.000 ຫຼັງຖືກນໍ້າຖ້ວມສູງ; ຫຼາຍເຂດຊຸມຊົນຖືກນໍ້າຖ້ວມໄຫຼຊຸບໍ່ສາມາດໄປມາຫາສູ່ກັນໄດ້; ຂົງເຂດກະສິກຳ, ພື້ນຖານໂຄງລ່າງກໍຖືກຜົນເສຍຫາຍຢ່າງຮ້າຍແຮງ. ໃນຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການ ຫງວຽນຮວ່າບິ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການໜູນຊ່ວຍໂດຍດ່ວນດ້ວຍຈຳນວນເງິນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ໃຫ້ແກ່ 04 ທ້ອງຖິ່ນດັ່ງກ່າວເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ຮີບດ່ວນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ກະຊວງປ້ອງກັນປະເທດ ກໍກະກຽມເຮືອບິນເຮລີກອັບແຕເພື່ອຮັບໃຊ້ການກູ້ໄພກູ້ຊີບ. ທ່ານພົນຈັດຕະວາ ເຈິນແທັງຫາຍ, ຮອງຜູ້ບັນຊາການເຂດ 5, ໃຫ້ຮູ້ວ່າ:
“ປັດຈຸບັນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດສົ່ງເຮືອບິນຂອງກອງພົນ 370 ແລະ ກອງພົນ 372 ເພື່ອຂົນເຄື່ອງຂອງຢູ່ ນິງທ້ວນ, ກາມແຣັງ ແລະ ຕຸຍຮວ່າ ສົ່ງໄປຍັງບັນດາເຂດຖືກນ້ຳຖ້ວມໜັກ, ບ່ອນທີ່ພວກເຮົາຍັງບໍ່ທັນຍົກຍ້າຍປະຊາຊົນອອກໄປບ່ອນທີ່ປອດໄພໄດ້, ແຕ່ຕ້ອງຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫິວກ່ອນ”.








