ຂ່າວສານ
ສື່ມວນຊົນສາກົນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເລື່ອງ ຫວຽດນາມ ສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ
ເນື່ອງໃນໂອກາດ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ບັນດາໜັງສືພິມໃຫຍ່ຂອງ ກຸຍບາ ຄື: Juventud Rebelde, Granma ໄດ້ລົງບົດຂຽນພິເສດເປັນຈຳນວນຫຼາຍ ເຊິ່ງຫວນຄືນບັນດາໜ້າປະຫວັດສາດອົງອາດກ້າຫານຂອງຊາດ ຫວຽດນາມ, ພ້ອມທັງຢັ້ງຢືນການພົວພັນສາມັກຄີທີ່ສັດຊື່ບໍລິສຸດລະຫວ່າງສອງປະເທດ.
ໜັງສືພິມລາຍວັນ Juventud Rebelde ໄດ້ພັນລະນາໄຊຊະນະວັນທີ 30 ເມສາ 1975 ແມ່ນ “ບົດເພງວິຊະຊົນທີ່ພົ້ນເດັ່ນ” ແລະ ເນັ້ນໜັກວ່າ ປະທານ ໂຮ່ຈີມິນ ໄດ້ຢັ້ງຢືນ “ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ” ແລະ ໃນວັນນັ້ນ, ຄວາມມຸ່ງຫວັງນັ້ນໄດ້ປະກົດຜົນເປັນຈິງ.
ໜັງສືພິມ Nikkei Asia (ຍີ່ປຸ່ນ) ໄດ້ລົງບົດຂຽນພັນລະນາບັນຍາກາດຂອງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ທີໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ. ຕາມບົດຂຽນແລ້ວ, ໃນບົດກ່າວປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິຮູບປະເທດຊາດ.
ສື່ມວນຊົນ ອົດສະຕາລີ ໄດ້ລົງຂ່າວກ່ຽວກັບພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບທີ່ໄດ້ດຳເນີນຢູ່ນະຄອນ ໂຮ່ຈີມິນ. ໜັງສືພິມ The Australian ແລະ ABC ໄດ້ພັນລະນາຢ່າງລະອຽດກ່ຽວກັບພິທີ, ການປະດັບປະດາຖະໜົນຫົນທາງ, ຈຳນວນຜູ້ຊົມການເດີນຂະບວນສວນສະໜາມ ແລະ ຂ່ຳນັບຮັບຕ້ອນວັນບຸນ.