• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

      ໃນລະຫວ່າງວັນທີ 2 – 3 ຕຸລາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວ, ບົດ ແລະ ພາບເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ
ທີ່ການຕ້ອນຮັບ (ພາບ: TTXVN)
      ໜັງສືພິມ ປະຊາຊົນ ສະບັບອອກວັນທີ 2 ຕຸລາ ແລະ ໜັງສືພິມ ລາວພັດທະນາ ສະບັບອອກວັນທີ 3 ຕຸລາ ໄດ້ໃຫ້ຂ່າວກ່ຽວກັບເນື້ອໃນຖະແຫຼງການຮ່ວມ ຫວຽດນາມ - ລາວ ຢ່າງຄົບຖ້ວນ, ພ້ອມທັງມີບົດຂຽນ ກ່ຽວກັບການພົບປະເຈລະຈາ ລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢ່າງລະອຽດ, ໃນນັ້ນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຕີລາຄາສູງຕໍ່ ເລື່ອງສອງປະເທດ ໄດ້ລົງນາມ ແລະ ແລກປ່ຽນເອກະສານການຮ່ວມມື 8 ສະບັບ ໃນບັນດາຂົງເຂດ ເສດຖະກິດ, ການລົງທຶນ, ການສຶກສາ, ການເງິນ, ທະນາຄານ, ພະລັງງານ, ການບິນ. ເລື່ອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຄັ້ງ 2 ໃນຖານະເປັນນາຍົກລັດຖະມົນຕີນັ້ນ ແມ່ນມີຄວາມໝາຍສໍາຄັນຍິ່ງ, ຜ່ານນັ້ນ ສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ອ້າຍນ້ອງ.
        ໜັງສືພິມ ວຽງຈັນທາມ ສະບັບອອກວັນທີ 03 ຕຸລາ ມີບົດຂຽນ ໂດຍໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນຊວັນຟຸກ ໄດ້ເຫັນດີເປັນເອກະພາບຮ່ວມມືກັນ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ. ໜັງສືພິມສະບັບດັ່ງກ່າວໃຫ້ຮູ້ວ່າ ທີ່ການພົບປະລະຫວ່າງນາຍົກລັດຖະມົນຕີສອງທ່ານ ໃນວັນທີ 01 ຕຸລາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ;  ສືບຕໍ່ບອກສອນໃຫ້ຄົນລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ເຄົາລົບຕໍ່ສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.
        ໜັງສືພິມລາວ ສະບັບອອກວັນທີ 03 ຕຸລາ ກໍລົງພິມບົດ ແລະ ຮູບພາບກ່ຽວກັບການເຄື່ອນໄຫວ ກໍຄືການຕ້ອນຮັບຢ່າງສົມກຽດຂອງຫວຽດນາມ ທີ່ສະຫງວນໃຫ້ທ່ານ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນ ເມື່ອເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top