• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ (ພາບ: VNA)  

ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ ຫວຽດ​ນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ແລະ ພຣະ​ຣາ​ຊີ​ນີ ສຸ​ທິ​ດາ​ ແຕ່​ວັນ​ທີ 14 – 16 ກັນ​ຍາ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໄທ​ - ຫວຽດ​ນາມ ມີຫຼາຍ​ອົງ​ການ​ສື່ມວນ​ຊົນ​ໃຫຍ່​ຂອງ ໄທ ໄດ້​ໃຫ້​ຂ່າວ​ເປັນ​ຈຳ​ນວນ​ຫຼາຍ.

ໜັງສືພິມ Matichon, ໃຫ້​ຂ່າວ​ວ່າ ການຢ້ຽມຢາມດຳ​ເນີນ​ໄປໃນຂອບຂອງ ສະເຫຼີມສະຫຼອງ 50 ປີ ແຫ່ງວັນ​ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ໄທ ແລະ ຫວຽດນາມ (1976-2026), ພ້ອມ​ກັນ​ນັ້ນ​ກໍ່ເນັ້ນໜັກເຖິງເປົ້າໝາຍໃນການ​ເພີ່ມ​ທະ​ວີ ແລະ ຮັດ​ແໜ້ນ​ການພົວພັນລະຫວ່າງ 2 ປະເທດໃນຖານະເປັນບັນ​ດາ​ປະ​ເທດ​ຖ​ານ​ບ້ານ​ໃກ້​ເຮືອນ​ຄຽງທີ່ໃກ້ຊິດ, ມິດ​ຕະ​ພາບ.

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງ​ໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຄັ້ງ​ການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ, ໂດຍເນັ້ນໜັກເຖິງເປົ້າໝາຍສືບ​ຕໍ່​ເພີ່ມ​ທະ​ວີ​ນ້ຳ​ໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.

ໜັງສືພິມ Siam Rath ໄດ້ເນັ້ນໜັກເຖິງເປົ້າໝາຍປັບ​ປຸງ​ການພົວພັນອັນດີ​ງາມລະຫວ່າງ 2 ປະເທດດ້ວຍຖານະ​ບັນ​ດາ​ປະ​ເທດ​ບ້າ​ນ​ໃກ້​ເຮືອນ​ຄຽງ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ. ຕາມໜັງສືພິມແລ້ວ, ການຢ້ຽມຢາມດຳ​ເນີນ​ໄປ​ໃນ​ສະ​ພາບ​ທີ່​ການພົວພັນ ໄທ - ຫວຽດນາມ ທີ່ໄດ້ຮັບການຮັກສາ ແລະ ພັດທະນາໃນໄລຍະ 5 ທົດສະວັດທີ່ຜ່ານມາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຕ້ອງຫັນ BRICS ຄືດັ່ງ ໄມ້ງັດ ເພື່ອຫັນການທູດເປັນຫຼາຍຮູບຫຼາຍແບບ

ຫວຽດນາມ ຕ້ອງຫັນ BRICS ຄືດັ່ງ “ໄມ້ງັດ” ເພື່ອຫັນການທູດເປັນຫຼາຍຮູບຫຼາຍແບບ

ຫວຽດນາມ ສາມາດໝູນໃຊ້ BRICS ເພື່ອຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການດຶງດູດການລົງທຶນ ແລະ ຖ່ອຍທອດເຕັກໂນໂລຊີ

Top