ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ (ພາບ: VNA)
ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ ແລະ ພຣະຣາຊີນີ ສຸທິດາ ແຕ່ວັນທີ 14 – 16 ກັນຍາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໄທ - ຫວຽດນາມ ມີຫຼາຍອົງການສື່ມວນຊົນໃຫຍ່ຂອງ ໄທ ໄດ້ໃຫ້ຂ່າວເປັນຈຳນວນຫຼາຍ.
ໜັງສືພິມ Matichon, ໃຫ້ຂ່າວວ່າ ການຢ້ຽມຢາມດຳເນີນໄປໃນຂອບຂອງ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ໄທ ແລະ ຫວຽດນາມ (1976-2026), ພ້ອມກັນນັ້ນກໍ່ເນັ້ນໜັກເຖິງເປົ້າໝາຍໃນການເພີ່ມທະວີ ແລະ ຮັດແໜ້ນການພົວພັນລະຫວ່າງ 2 ປະເທດໃນຖານະເປັນບັນດາປະເທດຖານບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ມິດຕະພາບ.
ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ, ໂດຍເນັ້ນໜັກເຖິງເປົ້າໝາຍສືບຕໍ່ເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.
ໜັງສືພິມ Siam Rath ໄດ້ເນັ້ນໜັກເຖິງເປົ້າໝາຍປັບປຸງການພົວພັນອັນດີງາມລະຫວ່າງ 2 ປະເທດດ້ວຍຖານະບັນດາປະເທດບ້ານໃກ້ເຮືອນຄຽງ, ໃກ້ຊິດສະໜິດສະໜົມ. ຕາມໜັງສືພິມແລ້ວ, ການຢ້ຽມຢາມດຳເນີນໄປໃນສະພາບທີ່ການພົວພັນ ໄທ - ຫວຽດນາມ ທີ່ໄດ້ຮັບການຮັກສາ ແລະ ພັດທະນາໃນໄລຍະ 5 ທົດສະວັດທີ່ຜ່ານມາ.