• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ສ້າງ​ສະ​ມ​າ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ໝັ້ນຄົງເຂັ້ມ​ແຂງ​ຮອບ​ດ້ານ

ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່ ດ້ວຍ​ຄວາມ​ຄາດ​ຫວັງ​ທີ່​ໃຫຍ່ຫຼວງ, ເປົ້າ​ໝາຍ​ສູງ ແລະ ຄຳ​ຮຽກ​ຮ້ອງ​ທີ່​ຮີບ​ດ່ວນ​ທີ່​ສຸດ. ໃນ​ສະ​ພາບ​ການ​ນັ້ນ, ຄໍ​າ​ຮຽກ​ຮ້ອງທີ່ວາງ​ອອກ​ສຳ​ລັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ການປະ​ຕິ​ບັດ​ໜ້າ​ທີ່​ອັນ​ເປັນ​ມູນ​ເຊື້ອ​ໃຫ້​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ຄວນ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ແບບ​ວິ​ທີ​ເຄື່ອນ​ໄຫວ​ຢ່າງ​ແຂງແຮງ; ຍົກ​ສູງ​ຄຸນ​ນະ​ພາບ​ການ​ຈັດ​ຕັ້ງ​ສະ​ມາ​ຄົມ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ໃນ​ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຄັ້ງ​ທີ VIII (ພາບ: VOV)  

“ສືບ​ຕໍ່​ສ້າງ​ສະ​ມ​າ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ໝັ້ນຄົງເຂັ້ມ​ແຂງ​ຮອບ​ດ້ານ”. ນີ້​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຄັ້ງ​ທີ VIII, ອາ​ຍຸ​ການ 2026 – 2031 ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 17 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ. ເມື່ອ​ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່ ດ້ວຍ​ຄວາມ​ຄາດ​ຫວັງ​ທີ່​ໃຫຍ່ຫຼວງ, ເປົ້າ​ໝາຍ​ສູງ ແລະ ຄຳ​ຮຽກ​ຮ້ອງ​ທີ່​ຮີບ​ດ່ວນ​ທີ່​ສຸດ. ໃນ​ສະ​ພາບ​ການ​ນັ້ນ, ຄໍ​າ​ຮຽກ​ຮ້ອງທີ່ວາງ​ອອກ​ສຳ​ລັບ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ການປະ​ຕິ​ບັດ​ໜ້າ​ທີ່​ອັນ​ເປັນ​ມູນ​ເຊື້ອ​ໃຫ້​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ຄວນ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ແບບ​ວິ​ທີ​ເຄື່ອນ​ໄຫວ​ຢ່າງ​ແຂງແຮງ; ຍົກ​ສູງ​ຄຸນ​ນະ​ພາບ​ການ​ຈັດ​ຕັ້ງ​ສະ​ມາ​ຄົມ. ວຽກ​ງານ​ນັກ​ຮົບ​ເກົ່າ​ໃນ​ສະ​ພາບ​ການ​ໃໝ່​ຕ້ອງ​ໄດ້​ຮັບ​ການ​ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ ແລະ ຫັນ​ເປັນ​ລະ​ອຽດ​ດ້ວຍ​ໂຄງ​ການ​ທີ່​ແທດ​ຈິງ.

“ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຄົມ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມ​ບັດ​, ຄວາມ​ໄວ້​ວາງ​ໃຈ, ຄວາມ​ຮັບ​ຜິດ​ຊອບ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ຂົນ​ຂວາຍ​ມະ​ຫາ​ຊົນ; ໃກ້​ຊິດ​ກັບ​ສະ​ມາ​ຊິກ, ກັບ​ປະ​ຊາ​ຊົນ ແລະ ເຂົ້າ​ໃຈ​ຮາກ​ຖານ; ກ້າ​ຄິດ, ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ. ພ້ອມ​ດຽວ​ກັນ​ນັ້ນ, ກໍ່ໍ່ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ກັບ ສະ​ມາ​ຄົມອະດີດ​ຕຳຫຼວດ​ປະ​ຊາ​ຊົນ​ ໃນ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ທາງການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ​ຈາກ​ຮາກ​ຖານ, ປັບ​ປຸງ​ແນວ​ຮົບ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ຕິດ​ພັນ​ກັບ​ແນວ​ຮົບ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ ຫວຽດ​ນາມ ສັງ​ຄົມ​ນິ​ຍົມ ຢ່າງ​ໝັ້ນ​ຄົງ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນການກຳນົດທິດການຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ລັດເຊຍ

ຕາມທ່ານແລ້ວ, 2 ຝ່າຍຕ້ອງຮ່ວມມືກັນສ້າງບັນດາລະບົບສະໜອງທີ່ມີສະຖຽນລະພາບ, ມີໄຫວພິບ ແລະ ມີຄວາມສາມາດຕ້ານທານສູງຕໍ່ບັນດາການຜັນແປຢູ່ພາຍນອກ

Top