• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່ຈັດບັນ​ດາ​ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

ວັນທີ 12 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສິງກະໂປຈັດຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 240 ຄົນຈາກສິງກະໂປກັບຈາກປະເທດ.

 ບັນດາຜູ້ໂດຍສານໄດ້ຮັບການກວດສຸຂະພາບແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ

ຜູ້ໂດຍສານໃນຖ້ຽວບິນລວມມີ: ເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ມີອາຍຸສູງ, ຜູ້ມີໂລກປະຈຳຕົວ ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດຕ່າງໆ.

        ກ່ອນໜ້ານັ້ນ, ໃນວັນທີ 10 – 11 ສິງຫາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງອາເມລິການຳສົ່ງພົນລະເມືອງຫວຽດນາມ 340 ຄົນກັບເມື່ອປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢ່າງປອດໄພ, ບັນດາຜູ້ໂດຍສານໄດ້ຮັບການກວດສຸຂະພາບແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top