• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ສ້າງເງື່ອນໄຂໃຫ້ເຂດທາງຕາເວັນຕົກສ່ຽງເໜືອພັດທະນາແບບຍືນຍົງ ແລະ ຮອບດ້ານ

      ທີ່ກອງປະຊຸມ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ບັນດາທ້ອງຖິ່ນໄດ້ສະເໜີຕໍ່ພັກ ແລະ ລັດ ພາຍຫຼັງສິ້ນສຸດການເຄື່ອນໄຫວ ຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຄວນມີບັນດາກົນໄກ

ທ່ານ ຫງວຽນຮ່ວາບິ່ງ, ກຳມະການກົມການເມືອງ, ຫົວໜ້າຄະນະຊີ້ນຳເຂດໄຕບັກ ກ່າວຄຳເຫັນທີ່ກອງປະຊຸມ
      ໃນວັນທີ 25 ທັນວາ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຈັດຕັ້ງກອງປະຊຸມສະຫລຸບສະພາບການປະຕິບັດໜ້າທີ່ໃນປີ 2017. ທີ່ກອງປະຊຸມ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ບັນດາທ້ອງຖິ່ນໄດ້ສະເໜີຕໍ່ພັກ ແລະ ລັດ ພາຍຫຼັງສິ້ນສຸດການເຄື່ອນໄຫວ ຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຄວນມີບັນດາກົນໄກ, ນະໂຍບາຍບຸລິມະສິດເປັນພິເສດສະເພາະສຳລັບການພັດທະນາເສດຖະກິດ -- ສັງຄົມເຂດຕາເວັນຕົກສ່ຽງເໜືອ. ທ່ານ ຫງວຽນວັນບີ່ງ, ຫົວໜ້າຄະນະເສດຖະກິດສູນກາງ, ຫົວໜ້າ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ, ໄດ້ສະເໜີ: ຕ້ອງສຸມໃສ່ບັນດາມາດຕະການແກ້ໄຂຮັບປະກັນຄາດໝາຍເຕີບໂຕດ້ານເສດຖະກິທີ່ດວາງອອກໃນປີ 2018. ຍູ້ແຮງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕິດພັນກັບການສ້າງຊົນນະບົດໃໝ່. ສືບຕໍ່ປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາ, ດຶງດູດແຫຼ່ງກຳລັງລົງທຶນເຂົ້າໃນທ້ອງຖິ່ນ. ເອົາໃຈໃສ່ເປັນພິເສດວຽກງານສົ່ງເສີມສຸຂະພາບຂອງປະຊາຊົນ. ຍົກສູງຄຸນນະພາບການສຶກສາ. ເອົາໃຈໃສ່ສົ່ງເສີມຊີວິດດ້ານເສດຖະກິດ - ສັງຄົມໃຫ້ເປະຊາຊົນ. ເປັນຕົ້ນແມ່ນປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ, ມີຄວາມຫຍຸ້ງຍາກພິເສດ. ປະຕິບັດນະໂຍບາຍຊົນເຜົ່າ, ສາສະໝາ, ປົກປັກຮັກສາກຸ່ມກ້ອນມະຫາສາມັກຄີຂອງປວງຊົນທັງຊາດເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top