• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ທະວີຄູນຮູບແບບຟື້ນຟູສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີໂດຍອີງໃສ່ປະຊາຄົມ

ໂຄງການໄດ້ຮັບການຜັນຂະຫຍາຍຢູ່ 11 ແຂວງ, ນະຄອນ
  ທ່ານສາດສະດາຈານ, ປະລິນຍາເອກ ເຈິນວັນທວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກ (ພາບ: moh.gov.vn)  

ວັນທີ 13 ມີນາ, ຈາກ ຮ່າໂນ້ຍ, ທ່ານສາດສະດາຈານ, ປະລິນຍາເອກ ເຈິນວັນທວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກ ສະຫຼຸບໂຄງການເບິ່ງແຍງສຸຂະພາບ ແລະ ຟື້ນຟູສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ/ ດີໂອຊີນ ໄລຍະ 2018 – 2022 ໂດຍກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ ຫວຽດນາມ) ຈັດຂຶ້ນ.

ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອະນຸມັດຜ່ານໂຄງການດັ່ງກ່າວໃນວັນທີ 24 ພະຈິກ 2017 ແລະ ໄດ້ຕໍ່ກຳນົດເວລາຮອດວັນທີ 31 ທັນວາ 2022. ໂຄງການໄດ້ຮັບການຜັນຂະຫຍາຍຢູ່ 11 ແຂວງ, ນະຄອນ, ລວມມີ: ລາວກາຍ, ທາຍງວຽນ, ກວາງນິງ, ຫາຍຟ່ອງ, ແທັງຮວາ, ເງະອານ, ຮ່າຕິ້ງ, ກວາງນາມ, ບິ່ງດິ້ງ, ດົ່ງທາບ, ເບັນແຈ. ມາຮອດປະຈຸບັນ, ໂຄງການໄດ້ສິ້ນສຸດໄລຍະ 2018-2022 ແລະ ສຳເລັດທຸກເປົ້າໝາຍ, ຄາດໝາຍພື້ນຖານແລ້ວ; ມີຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ ແລະ ລູກຂອງຜູ້ປະສົບເຄາະຮ້າຍ 35.817 ຄົນ ໄດ້ຮັບການສຳຫຼວດ ແລະ ສ້າງເປັນບັນຊີລາຍຊື່ຕິດຕາມສຸຂະພາບ, ບັນລຸ 100% ເປົ້າໝາຍທີ່ໄດ້ວາງອອກ.

ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນສືບຕໍ່ທະວີຄູນຮູບແບບເບິ່ງແຍງ, ຟື້ນຟູ ສະມັດຕະພາບຮ່າງກາຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ ແລະ ຄົນພິການ… ໂດຍການອີງໃສ່ປະຊາຄົມ ອອກສູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top