• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ສີ​ສັນ​ວັດ​ທະ​ນະ​ທຳ” - ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ສີ​ນ້ຳ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ

ໂດຍໄດ້ໄຂຂຶ້ນໃນຕອນບ່າຍວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ງານວາງສະແດງ “ສີສັນວັດທະນະທຳ” ໂດຍ VietnamInAcquarello ໄດ້ສົມທົບກັບເຂດປູຊະນີຍະສະຖານປະຫວັດສາດ ວັນໝຽວ - ກວັກຕື໋ຢາມ ແນະນຳເຖິງມະຫາຊົນພາບແຕ້ມສີນ້ຳກວ່າ 200 ແຜ່ນຂອງນັກແຕ້ມ 60 ຄົນ ມາຈາກ 22 ປະເທດ.
ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼາຍ

ນີ້ແມ່ນງານວາງສະແດງພາບແຕ້ມສີນ້ຳໃຫຍ່ສຸດຢູ່ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ”.

ເມື່ອແບ່ງປັນກ່ຽວກັບແນວຄວາມຄິດຂອງງານວາງສະແດງ, ນັກແຕ້ມ ດ່າມຈວຽນມິງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໃຫ້ຮູ້ວ່າ:  

“ງານວາງສະແດງແມ່ນການແລກປ່ຽນລະຫວ່າງວັດທະນະທຳນຳກັນ, ກ່ຽວກັບຫົວຂໍ້ ສີສັນວັດທະນະທຳ. ຂ້າພະເຈົ້າຢາກນຳໃຊ້ພາສາສິລະປະເພື່ອດຶງດູດຄວາມຮັກມັກສິລະປະຂອງມະຫາຊົນ ແລະ ສົ່ງເສີມບັນດານັກແຕ້ມ, ຜູ້ຊົມຊອກຮູ້ກ່ຽວກັບວັດທະນະທຳຫຼາຍກວ່າ. ພ້ອມດຽວກັນນັ້ນ, ງານວາງສະແດງໄດ້ດຳເນີນຢູ່ ວັນໝຽວ ກວັກຕືຢາມ - ເຊິ່ງເປັນສະຖານທີ່ທີ່ດີເພື່ອໃຫ້ຄົນ ຫວຽດ ແບ່ງປັນວັດທະນະທຳ, ປະຫວັດສາດກ່ຽວກັບປະເທດຊາດຂອງຕົນ ເຖິງນັກແຕ້ມຕ່າງປະເທດ”.

ໃນຂອບເຂດຂອງເຫດການດັ່ງກ່າວ, ຍັງມີລາຍການແຕ້ມ ຮ່າໂນ້ຍ - ນິງບິ່ງ ສຳລັບນັກແຕ້ມພາຍໃນ ແລະ ສາກົນ ຈະດຳເນີນແຕ່ວັນທີ 18 – 20 ມີນາ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top