• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສີສັນວັດທະນະທຳ ກຳປູເຈຍ ຢູ່ ຮ່າໂນ້ຍ

      ໂດຍແມ່ນສ່ວນຫນຶ່ງໃນຂອບເຂດ “ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ” ປີ 2017, ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງກອງສິລະປະກອນ ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນຫວ່າງແລ້ວນີ້ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ. ບັນດາສິ່ງທີ່ຍອດຢ້ຽມຂອງສິລະປະການສະແດງ ຂອງ ກຳປູເຈຍຄື: “ຟ້ອນໝວກເຮັດດ້ວຍໃບຕານ, ຟ້ອນວີ, ຟ້ອນຈັງຫວະແມງມ້າ” ຄືດັ່ງຂົວຕໍ່ນຳຜູ້ຊົມຫວຽດນາມໃກ້ຊິດກັບປະເທດບ້ານໃກ້ເຮືອນຄຽງກຳປູເຈຍກວ່າ ແລະ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວກຳປູເຈຍ ກວ່າ.

ລາຍການສະແດງສິລະປະໃນສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຮ່າໂນ້ຍ
ພາບ:toquoc.vn
      ຂຶ້ນຕົ້ນລາຍການສະແດງສິລະປະ ແມ່ນລາຍການ “ຟ້ອນໝວກເຮັດດ້ວຍໃບຕານ” ພາຍໃຕ້ແສງສີຂອງເວທີສະແດງ, ຕໍ່ຫນ້າຜູ້ຊົມເກືອບ 200 ຄົນ, ບັນດານັກສິລະປິນຫນຸ່ມ ກຳປູເຈຍ, ຜູ້ຊາຍນຸ່ງຊຸດອາພອນສະແດງດ້ວຍສີຂຽວ, ຜູ້ຍິງນຸ່ງກະຕຽວ ມືຈັບໝວກເຮັດດ້ວຍໃບຕານ ໄດ້ສະແດງທ່າຟ້ອນທີ່ອ່ອນຊອ້ຍໃນທ່າມກາງສຽງດົນຕີທີ່ຟົດຟື້ນ. ທ່ານ Pok Sa Ran ຜູ້ທີ່ປຶກສາ ສັງກັດ ກະຊວງສິລະປະ ລາຊະອານາຈັກ ກຳປູເຈຍ, ຊື່ງແມ່ນຜູ້ປະດິດສ້າງວາດຟ້ອນ “ ໝວກເຮັດດ້ວຍໃບຕານ”ໃຫ້ຮູ້ວ່າ: ວາດຟ້ອນນີ້ແມ່ນຕິດພັນກັບຕົ້ນໄມ້ປະເພດຫນຶ່ງ ແລະ ອາດຈະຖືວ່າແມ່ນຕາງຫນ້າໃຫ້ປະເທດກຳປູເຈຍ:
        ຕົ້ນຕານ ແມ່ນຕົ້ນໄມ້ປະເພດຫນຶ່ງຖືກປູກເປັນສ່ວນຫລາຍຢູ່ ກຳປູເຈຍ. ບັນດາພາກສ່ວນຂອງຕົ້ນຕານຄື: ຮາກ, ລຳຕົ້ນ, ໃບ, ໝາກ, ນ້ຳ ລ້ວນແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ກຳປູເຈຍ, ແມ່ນຕິດພັນກັບຊີວິດ ແລະ ວັດທະນະທຳ ກຳປູເຈຍ. ໝວກທີ່ພວກຂ້າພະເຈົ້ານຳໃຊ້ເພື່ອສະແດງບົນເວທີກໍ່ໄດ້ນຳໃຊ້ຈາກຕົ້ນຕານ. ຊາວກະສິກອນ ກຳປູເຈຍ ຍັງຄົງໃຊ້ໝວກເວລາໄປໄຮ່ໄປນາ. ສະນັ້ນ ຂ້າພະເຈົ້າຄິດວ່າ ຕົນເອງ ຕ້ອງປະດິດສ້າງວາດຟ້ອນຫນຶ່ງກ່ຽວກັບຕົ້ນຕານ ເພື່ອຜ່ານນັ້ນ ເພື່ອນມິດສາກົນ, ພິເສດ ແມ່ນເພື່ອນບ້ານໃກ້ເຮືອນຄຽງມິດຕະພາບຄື: ຫວຽດນາມ ຈະມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງ ກຳປູເຈຍກວ່າ.
       ເມື່ອເຂົ້າຊົມລາຍການສະແດງສິລະປະ  ຫວຽດແອງ, ນັກສຶກສາປີທີ 2 ສະຖາບັນດົນຕີ ຫວຽດນາມ ຮູ້ສຶກປະທັບໃຈທີ່ສຸດ ແລະ ແບ່ງປັນວ່າ:
ນ້ອງນິຍົມລາຍການສະແດງໝວກທີ່ເຮັດດ້ວຍໃບຕານຂອງກອງສິລະປະກອນ ກຳປູເຈຍ. ຈາກຮູບພາບຕົ້ນຕານທຳມະດາ, ໃກ້ຊິດຕິດແທດກັບປະຊາຊົນ ກຳປູເຈຍ, ຜ່ານການສະແດງດ້ວຍໝວກທີ່ເຮັດດ້ວຍໃບຕານຂອງບັນດານັກສິລະປີນ, ວາດຟ້ອນນີ້ແມ່ນສ້າງຄວາມປະທັບໃຈທີ່ສຸດ.
ຖ້າຫາກວ່າ ລາຍການສະແດງຟ້ອນ “ໝວກທີ່ເຮັດດ້ວຍໃບຕານ” ຄືເປັນຄຳແນະນຳຂອງພວກເພື່ອນກຳປູເຈຍກ່ຽວກັບປະເທດຕົນ, ບົດເພງ “ Hello Vietnam ສະບາຍດີ ຫວຽດນາມ” ໂດຍນັກສິລະປິນ Tiengmom Sotheavy ສະແດງດ້ວຍພາສາຫວຽດນາມ ແລະ ພາສາອັງກິດ ແມ່ນແທນໃຫ້ຄຳສະບາຍດີຈາກບັນດາເພື່ອນມິດກຳປູເຈຍ ສົ່ງເຖິງຜູ້ຊົມຫວຽດນາມ. ຮູບພາບແມ່ນ້ຳ, ເຂດທົ່ງນາຂຽວອຸ່ມທຸ່ມ ຫລື ບັນດາທຳນອງເພງພື້ນເມືອງຂອງຫວຽດນາມໄດ້ສະແດງຢ່າງມີຊີວິດຊີວາຜ່ານສຽງຂັບຮ້ອງທີ່ອອນຊອນຂອງນັກຮ້ອງ Sotheavy.
        ຂ້າພະເຈົ້າບໍ່ຮູ້ພາສາຫວຽດ. ຂ້າພະເຈົ້າຝືກແອບບົດເພງນີ້ຜ່ານ Youtube ດ້ວຍການຮັບຟັງນັກຮ້ອງຫວຽດສະແດງບົດເພງນີ້. ຂ້າພະເຈົ້າແອບຜັນສຽງແຕ່ລະສັບ, ແລະ ຮູ້ສຶກຍາກຫລາຍ ແຕ່ຝືກແອບຫລາຍເທື່ອກໍ່ຮ້ອງເປັນ. ເມື່ອໄດ້ຮັບຄວາມຊົມເຊີຍຈາກຜູ້ຊົມຫວຽດນາມ ຂ້າພະເຈົ້າຮູ້ສຶກດີໃຈຫລາຍ

ລາຍກາຍສະແດງ ວາດຟ້ອນ “ຈັງຫວະແມງມ້າ” 
      ລາຍການສະແດງສິລະປະດຳເນີນໃນເວລາ 1 ຊົ່ວໂມງເຄິ່ງ, ຜູ້ຊົມຫວຽດນາມ ໄດ້ຮັບຟັງ, ເຫັນປະຈັກຕາບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງປະເທດກຳປູເຈຍ ຜ່ານບັນດາໄລຍະ. ນັ້ນແມ່ນວາດຟ້ອນວີ Makara Dance ທີ່ມີຊື່ສຽງ ດ້ວຍຄວາມໝາຍແມ່ນຫວນຄືນໄຊຊະນະຂອງທະຫານເຮືອ ຂະແມ ໃນສະໄຫມ ອັງກໍ, ນອກນັ້ນ ແມ່ນວາດຟ້ອນ “ຈັງຫວະແມງມ້າ” ແລະ ບົດເພງ “ພະນົມເປັນທີ່ສວຍງາມ” ແມ່ນສ່ອງແສງໃຫ້ເຫັນປະເທດ ກຳປູເຈຍ ເຕັມໄປດ້ວຍມູນເຊື້ອ ແຕ່ກໍ່ກຳລັງເຊື່ອມໂຍງ ແລະ ພັດທະນາຢ່າງເຂັ້ມແຂງ. ທ່ານ ຟ້າມກົງຮວານ, ອະດີດຜູ້ຊ່ຽວຊານ ຫວຽດນາມ ຢູ່ ກຳປູເຈຍ ມີຄວາມປະທັບໃຈ:
        ລາຍການສະແດງສິລະປະມື້ນີ້ ຊ່ວຍໃຫ້ຂ້າພະເຈົ້າຫວນຄືນກ່ຽວກັບພື້ນຖານວັດທະນະທຳ ກຳປູເຈຍ ດ້ວຍບັນດາວາດຟ້ອນທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາວກຳປູເຈຍ. ວັດທະນະທຳ ຫວຽດນາມ ແລະ ກຳປູເຈຍ ມີຫລາຍຈຸດທີ່ຄ້າຍຄືກັນ. ຊາວເຜົ່າຂະແມຢູ່ພາກໃຕ້ຫວຽດນາມ ເມື່ອມີງານບຸນ ກໍ່ເຄີຍສະແດງບັນດາວາດຟ້ອນຄືແນວນີ້.
        ກອງສິລະປະກອນ ກຳປູເຈຍ ເຂົ້າຮ່ວມລາຍການສະແດງສິລະປະໃນໂອກາດນີ້ ແມ່ນສ່ວນຫນຶ່ງໃນແຜນການຮ່ວມມືດ້ານວັດທະນະທຳ, ສິລະປະ ລະຫວ່າງສອງປະເທດໄລຍະ 2012 – 2017 ໃນຂອບເຂດການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ Hab Touch, ຫົວຫນ້າກົມໃຫຍ່ກົມເຕັກໂນໂລຊີ ແລະ ວັດທະນະທຳ ກຳປູເຈຍ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້ ສອງປະເທດໄດ້ສືບຕໍ່ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານວັດທະນະທຳໄລຍະ 2018- 2023.
        ເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທຳ ປະກອບສ່ວນນຳການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ ນັບມື້ນັບພັດທະນາຢ່າງຈົບງາມ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ໃນໂອກາດສະແດງສິລະປະ, ພົວພັນແລກປ່ຽນດ້ານວັດທະນະທຳຄືແນວນີ້ ກໍ່ເປັນການປະກອບສ່ວນດຶງດູດແຂກທ່ອງທ່ຽວຂອງປະເທດນີ້ມາຊອກຮູ້, ຢ້ຽມຢາມປະເທດນັ້ນ ຍ້ອນສອງປະເທດລ້ວນແຕ່ມີພື້ນຖານວັດທະນະທຳອັນລ້ຳຄ່າ, ລວມທັງວັດທະນະທຳແມ່ນວັດຖຸ ແລະ ບໍ່ແມ່ນວັດຖຸ
ພາຍຫລັງລາຍການສະແດງສິລະປະຢູ່ ຮ່າໂນ້ຍ, ກອງສິລະປະກອນ ລາຊະອານາຈັກ ກຳປູເຈຍ ສືບຕໍ່ເຂົ້າຮ່ວມລາຍການສະແດງສິລະປະຢູ່ ນະຄອນ ຮ້າລອງ ແຂວງ ກວ໋າງນີງ. ນີ້ແມ່ນເຫດການວັດທະນະທຳມີຄວາມໝາຍ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະຫນິດຕິດພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃນສະພາບການສອງປະເທດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ປີມິດຕະພາບຫວຽດນາມ ກຳປູເຈຍ 2017.
 (ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top