• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ສາ​ກົນ ວັນ​ທີ 27 ທັນ​ວາ

ຕາມຂໍ້ລິເລີ່ມຂອງຫວຽດນາມ, ຫວ່າງມໍ່ໆມານີ້, ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ມະຕິວ່າດ້ວຍການຕົກລົງຖືເອົາວັນທີ 27 ທັນວາ ຂອງທຸກໆປີ ເປັນວັນປ້ອງກັນ, ສະກັດກັ້ນໂລກລະບາດສາກົນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງສານກ່ຽວກັບວັນປ້ອງກັນ, ສະກັດກັ້ນໂລກລະບາດ ວັນທີ 27 ທັນວາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ

ໃນສານສະບັບດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງ, ສ່ວນບຸກຄົນ ຈົ່ງຕອບສະໜອງ ແລະ ຜັນຂະຫຍາຍມະຕິກ່ຽວກັບວັນປ້ອງກັນ, ສະກັດກັ້ນໂລກລະບາດຢ່າງສຸດໃຈ ແລະ ມີປະສິດທິຜົນ, ໃນນັ້ນ ເອົາໃຈເປັນພິເສດເຖິງ 3 ເນື້ອໃນດັ່ງນີ້: ເພີ່ມທະວີການສົມທົບກັນດ້ານນະໂຍບາຍ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືສາກົນ ກໍຄືຄວາມມານະພະຍາຍາມຂອງບັນດາກົນໄກຫຼາຍຝ່າຍໃນການຄຸ້ມຄອງທົ່ວໂລກ; ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະ ການກະທຳ, ບຸລິມະສິດແຖວໜ້າແມ່ນປ້ອງກັນສຸຂະພາບ, ຊີວິດອິນຊີຂອງມະມຸດ; ເປັນເຈົ້າການຮັບມືໃນໄລຍະ “ປົກກະຕິໃໝ່”, ຜັນຂະຫຍາຍມາດຕະການຮັບປະກັນການປ້ອງກັນ, ສະກັດກັ້ນໄປຄຽງຄູ່ກັບການຟື້ນຟູເສດຖະກິດໃຫ້ຄົບຊຸດ ແລະ ກົມກ່ຽວ, ສ້າງຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂ້າມຊາຍແດນ, ຮັກສາບັນດາລະບົບສະໜອງ, ໂດຍສະເພາະແມ່ນປະເພດສິນຄ້າທີ່ຈຳເປັນ, ສະບຽງອາຫານ, ອຸປະກອນການແພດ...

ຫວຽດນາມ ເຊື່ອໝັ້ນວ່າ, ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງປະຊາຊົນແຕ່ລະປະເທດ ກໍຄືຄວາມສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດອັນດີງາມກວ່າໃຫ້ແຕ່ລະປະເທດ ແລະ ປະຊາຊົນແຕ່ລະຄົນ. ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດການອັນສູງສົ່ງນີ້./

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top