• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍ​ພອນ​ວັນສະ​ຖາ​ປະ​ນາ​ ສ​ປ​ປ​ ລາວ ຂອງ​ປະ​ທາ​ນ​ຄ​ະ​ນະ​ກຳ​ມະ​ການ​ສູນ​ກາງ ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຂໍອວຍພອນໃຫ້ ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ ຈົ່ງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (ວັນທີ 2 ທັນວາ 1975 - ວັນທີ 2 ທັນວາ 2020) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920 – 13/12/2020), ວັນທີ 1 ທັນວາ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  ໄດ້ສົ່ງສານອວຍພອນມາຍັງທ່ານ ໄຊສົມພອນ ພົມວິຫານ ປະທານ ສູນກາງ ແນວລາວສ້າງຊາດ. ເນື້ອໃນສານໄດ້ສະແດງຄວາມປິຕິຊົມຊື່ນ ໃນໄລຍະ 45 ປີ ຜ່ານມາ, ພາຍໃຕ້ການນຳພາຂອງ ພັກ ປະຊາຊົນປະຕິວັດ ລາວ, ການເຕົ້າໂຮມ, ຄວາມສາມັກຄີຂອງປະຊາຊົນ ລາວ ທຸກຊັ້ນຄົນທີ່ຮັກຊາດ ຂອງສູນກາງແນວລາວສ້າງຊາດ, ປະຊາຊົນ ລາວ ບັນດາເຜົ່າ ຍາດໄດ້ໄຊຊະນະຍິ່ງໃຫຍ່ຫຼາຍຢ່າງໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປະທານ ໄກສອນ ພົມວິຫານ ເຊິ່ງເປັນເພື່ອນຜູ້ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນແວນແຍງອັນໃສແຈ້ງກ່ຽວກັບຄຸນສົມບັດ, ເປັນນັກຮົບປະຕິວັດຜູ້ຍິ່ງໃຫຍ່ ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນໃນໂລກ. ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຂໍອວຍພອນໃຫ້ ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ ຈົ່ງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ສອງ​ຝ່າຍ​ອອກ​ຖະ​ແຫຼງ​ການ​ຮ່ວມ

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ; ສອງ​ຝ່າຍ​ອອກ​ຖະ​ແຫຼງ​ການ​ຮ່ວມ

ຕອນບ່າຍວັນທີ 10 ມີນາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ວັງ Merdeka, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີຍົກລະດັບການພົວພັນ ຫວຽດນາມ - ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Prabowo Subianto ເຫັນດີສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ໂດຍຜ່ານການແລກປ່ຽນ, ພົບປະສອງຝ່າຍ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ສ້າງແຜນການເຄື່ອນໄຫວໂດຍໄວ ເພື່ອຂຸດຄົ້ນ ແລະ ຍົກລະດັບການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ.

Top