• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ຫວຽດນາມ ອວຍພອນ ປະຊາຊົນລາວອ້າຍນ້ອງຢ່າງຈິງໃຈ ພາຍໃຕ້ການຊີ້ນຳນຳພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ, ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

(ພາບປະກອບ / nhandan.com.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍ່ຕູ້. ເນື້ອໃນສານມີຕອນຂຽນວ່າ: ຫວຽດນາມ ອວຍພອນ ປະຊາຊົນລາວອ້າຍນ້ອງຢ່າງຈິງໃຈ ພາຍໃຕ້ການຊີ້ນຳນຳພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ, ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020  ຢ່າງມີໄຊ, ກ້າວໄປເຖິງການຈັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວປະສົບຜົນສຳເລັດ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງສານອວຍພອນມາຍັງທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຮ່ວາງບີງກວນ ໄດ້ສົ່ງສານອວຍພອນມາຍັງທ່ານນາງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສູນທອນ ໄຊຍະຈັກ.

(ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top