• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາກົນຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ຂອງ ຫວຽດນາມ

ຄາດວ່າ ໄພເງິນເຟີ້ຂອງ ຫວຽດນາມ ຮັບໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳກວ່າ 3% ໃນປີ 2022.
  (ພາບປະກອບ: baodautu.vn)  

 ບັນດາອົງການຈັດຕັ້ງສາກົນໄດ້ມີຫຼາຍບົດລາຍງານຕີລາຄາສູງຄວາມມານະພະຍາຍາມຄວບຄຸມໄພເງິນເຟີ້ໃນປີ 2022 ຂອງ ຫວຽດນາມ ວ່ານອນໃນລະດັບເປົ້າໝາຍຄວບຄຸມໄພເງິນເຟີ້ແມ່ນ 4%.

ໃນບົດລາຍງານດ້ວຍຫົວຂໍ້ “ຫວຽດນາມ; ການຟື້ນຟູຢ່າງແຮງໃນການຜັນປ່ຽນຫຼາຍຢ່າງຈາກພາຍນອກ”, ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (ARMO) ຕີລາຄາວ່າ, ຄາດວ່າ ໄພເງິນເຟີ້ຂອງ ຫວຽດນາມ ຮັບໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳກວ່າ 3% ໃນປີ 2022. ARMO ໃຫ້ຂໍ້ສັງເກດວ່າ ເພື່ອບັນລຸໄດ້ໝາກຜົນຄືດັ່ງກ່າວແມ່ນຍ້ອນແຜນການນຳໃຊ້ກອງທຶນຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ ແລະ ການບໍລິຫານລາຄາເພື່ອທົດແທນໃຫ້ຄວາມດັນເກີດມາຈາກການຜັນແປກ່ຽວກັບລາຄາພະລັງງານໃນທົ່ວໂລກ.

ສ່ວນໃນບົດລາຍງານ “Vietnam at a glance” ເດືອນ ພຶດສະພາ, ທະນາຄານ HSBC ໃຫ້ຂໍ້ສັງເກດວ່າ, ປະຈຸບັນ ຄວາມດັນຈາກໄພເງິນເຟີ້ຂອງ ຫວຽດນາມ ພວມຮັກສາຢູ່ໃນລະດັບຕ່ຳຢູ່ພາກພື້ນ ອາຊຽນ. HSBC ຄາດຄະເນວ່າ ໄພເງິນເຟີ້ຈະຢູ່ໃນລະດັບ 3,7% ໃນປີ 2022.

ທ່ານ Brian Lee Shun Rong, ນັກຄົ້ນຄວ້າເສດຖະກິດມະຫາພາກ, ທະນາຄານລົງທຶນ Maybank, ສິງກະໂປ ໃຫ້ຮູ້ວ່າ, ຫວຽດນາມ ພວມໄປຖືກທິດໃນການຄວບຄຸມໄພເງິນເຟີ້ໃນປີ 2022. ພ້ອມກັນນັ້ນ, ຄວາມມານະພະຍາຍາມຮັບປະກັນແຫຼ່ງສະໜອງຢູ່ພາຍໃນປະເທດແມ່ນອຸດົມສົມບູນ ແລະ ການຄວບຄຸ້ມລາຄາບັນດາສິນຄ້າທີ່ຈຳເປັນໄດ້ຊ່ວຍຫຼຸດຜ່ອນຄວາມດັນໄພເງິນເຟີ້.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top