• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບ​ປະ​ດາ “ມະ​ຫາ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ຫວຽດ​ນາມ” ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 16 – 24 ພະ​ຈິກ

ວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບ “ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2024 ແລະ “ງານມະໂຫລານ ສິລະປະຂັບແທນ, ພິມຕິງ ບັນດາເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຄັ້ງທີ VII ປີ 2024”.
ພາບປະກອບ: TTXVN

ບັນດາເຫດການຈະໄດ້ຈັດຂຶ້ນແຕ່ວັນທີ 16 – 24 ພະຈິກ, ເພື່ອແນໃສ່ເຊີດຊູມໍລະດົກວັດທະນະທຳບັນດາເຜົ່າຫວຽດນາມ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ 94 ປີແຫ່ງວັນມູນເຊື້ອ - ວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2024) ແລະ ສະເຫຼີມສະຫຼອງ ວັນມໍລະດົກວັດທະນະທຳ ຫວຽດນາມ (23/11), ແຜ່ຂະຫຍາຍ, ໂຄສະນາສີສັນວັດທະນະທຳບັນດາເຜົ່າ, ປົກປັກຮັກສາ, ເສີມຂະຫຍາຍ ແລະ ເຊີດຊູສີສັນວັດທະນະທຳ 54 ຊົນເຜົ່າ ຫວຽດນາມ…

ພິທີໄຂ “ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ” ປີ 2024 ແລະ “ງານມະໂຫລານສະແດງສິລະປະຂັບແທນ, ພິມຕິງ ບັນດາເຜົ່າ ໄຕ່, ນຸ່ງ, ຜູ້ໄທ ຄັ້ງທີ VII ປີ 2024” ຈະດຳເນີນໃນຕອນຄ່ຳວັນທີ 16 ພະຈິກ, ຢູ່ໝູ່ບ້ານວັດທະນະທຳບັນດາເຜົ່າ ຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ) ດ້ວຍລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ ຫວຽດນາມ - ສັງກາດບຸກບືນ”.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top