• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 28 ປີ​ແຫ່ງວັນ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ

ບັນດາໝາກຜົນອັນດີງາມຂອງການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນວິວັດການສ້າງປະຊາຄົມ ອາຊຽນ ໃຫ້ເຫັນວ່າ ອາຊຽນ ແມ່ນປັດໄຈສຳຄັນທີ່ແທດຈິງ, ຂາດບໍ່ໄດ້ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພດທະນາລວມຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ທ່ານນາງ ຟານທິຮົ່ງຊວັນ ປະທານ ສະມາຄົມມິດຕະພາບຫວຽດນາມ-ອາຊີຕາເວັນອອກສ່ຽງໃຕ້

ວັນທີ 11 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາຍນະຄອນ, ສະມາຄົມມິດຕະພາບຫວຽດນາມ-ອາຊີຕາເວັນອອກສ່ຽງໃຕ້ ສົມທົບກັບມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີ ສະເຫຼີມສະຫຼອງ 28 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 - 28/7/2023) ແລະ 56 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2023).

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຟານທິຮົ່ງຊວັນ ປະທານ ສະມາຄົມມິດຕະພາບຫວຽດນາມ-ອາຊີຕາເວັນອອກສ່ຽງໃຕ້ ໄດ້ຢືນຢັນວ່າ ບັນດາໝາກຜົນອັນດີງາມຂອງການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ໃນວິວັດການສ້າງປະຊາຄົມ ອາຊຽນ ໃຫ້ເຫັນວ່າ ອາຊຽນ ແມ່ນປັດໄຈສຳຄັນທີ່ແທດຈິງ, ຂາດບໍ່ໄດ້ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພດທະນາລວມຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານນາງ ຟານທິຮົ່ງຊວັນ ຢືນຢັນວ່າ, ໄລຍະເວລາ 28 ປີທີ່ໄດ້ເຂົາເປັນສະມາຊິດ ອາຊຽນ ແມ່ນມີຄວາມໝາຍຫຼາຍຢ່າງສຳລັບທັງ ຫວຽດນາມ ແລະ ອາຊຽນ ໃນວິວັດການສ້າງປະຊາຄົມ ອາຊຽນ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top