• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ແກ່ AIPA – 45

ເລື່ອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ AIPA – 45 ແມ່ນມີຄວາມໝາຍສຳຄັນ, ດ້ານໜຶ່ງສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະ ການປະກອບສ່ວນຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກປັບປຸງບົດບາດເປັນໃຈກາງ, ຄວາມສາມັກຄີ ແລະ ເປັນເອກະພາບໃນ ອາຊຽນ, ຍູ້ແຮງການຮ່ວມມືພາຍໃນກຸ່ມ, ເປີດກວ້າງການພົວພັນຫຼາຍດ້ານກັບລັດຖະສະພາບັນດາປະເທດພາຍໃນ ແລະ ນອກພາກພື້ນ.
ທ່ານນາງ ເລທູຮ່າ ຮອງປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ

 

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ, ປະທານ AIPA ໄຊສົມພອນ ພົມວິຫານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 45  (AIPA – 45) ແຕ່ວັນທີ 17 – 19  ຕຸລາ 2024. ທ່ານນາງ ເລທູຮ່າ ຮອງປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ໄດ້ຕອບສຳພາດສື່ມວນຊົນກ່ຽວກັບຄວາມໝາຍຂອງການຢ້ຽມຢາມ, ພ້ອມທັງແບ່ງປັນກ່ຽວກັບຮ່າງຂໍ້ສະເໜີແນະຂອງ ຫວຽດນາມ ປະກອບສ່ວນໃຫ້ແກ່ກອງປະຊຸມ AIPA – 45.     

        ຕາມທ່ານນາງ ເລທູຮ່າ ແລ້ວ, ເລື່ອງປະທານສະພາແຫ່ງຊາດ  ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ AIPA – 45  ແມ່ນມີຄວາມໝາຍສຳຄັນ, ດ້ານໜຶ່ງສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະ ການປະກອບສ່ວນຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກປັບປຸງບົດບາດເປັນໃຈກາງ, ຄວາມສາມັກຄີ ແລະ ເປັນເອກະພາບໃນ ອາຊຽນ, ຍູ້ແຮງການຮ່ວມມືພາຍໃນກຸ່ມ, ເປີດກວ້າງການພົວພັນຫຼາຍດ້ານກັບລັດຖະສະພາບັນດາປະເທດພາຍໃນ ແລະ ນອກພາກພື້ນ.

         ເມື່ອແບ່ງປັນກ່ຽວກັບຮ່າງຂໍ້ສະເໜີຂອງ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນກອງປະຊຸມສະມັດຊາໃຫຍ່ AIPA – 45 ຄັ້ງນີ້, ທ່ານນາງ ເລທູຮ່າ ໃຫ້ຮູ້ວ່າ ບົນພື້ນຖານຂອງຫົວຂໍ້ລວມຂອງກອງປະຊຸມສະມັດຊາໃຫຍ່, ບັນດາບັນຫາເຊິ່ງ ຫວຽດນາມ ມີຄວາມສົນໃຈ, ສອດຄ່ອງກັບທ່າອ່ຽງຂອງພາກພື້ນ, ຫວຽດນາມ ໄດ້ມີຮ່າງຂໍ້ສະເໜີ 4 ຂໍ້ໃນມະຕິຂອງກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA, ກຳມາທິການສັງຄົມ, ກອງປະຊຸມສະມາຊິກລັດຖະສະພາເພດຍິງ AIPA, ກຳມາທິການເສດຖະກິດ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top