• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຫວຽດ​ນາມ

ສ່ວນ ເມັກຊີໂກ, ຕາມຕົວເລກລາຍງານຂອງກະຊວງສາທາລະນະສຸກ ເມັກຊີໂກ ແລ້ວ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 25.000 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ ຂຶ້ນເຖິງກ່ວາ 3 ລ້ານຄົນ. 
ຂົນສົ່ງຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ໄທ (ພາບ: TTXVN)

ວັນທີ 13 ສິງຫາ, ໄທ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກກ່ວາ 23.400 ຄົນ, ໂດຍແມ່ນຈຳນວນຜູ້ຕິດເຊື້ອໃນຮອບເວລາ 24 ຊົ່ວໂມງສູງທີ່ສຸດ ນັບແຕ່ຕົ້ນໄລຍະເກີດໂລກລະບາດໂຄວິດ - 19. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດຢູ່ປະເທດນີ້ ແມ່ນໄດ້ຂຶ້ນເຖິງ 863.000 ຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 7.100 ຄົນ.

ສ່ວນ ເມັກຊີໂກ, ຕາມຕົວເລກລາຍງານຂອງກະຊວງສາທາລະນະສຸກ ເມັກຊີໂກ ແລ້ວ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 25.000 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ ຂຶ້ນເຖິງກ່ວາ 3 ລ້ານຄົນ. ມາຮອດປັດຈຸບັນ, ເມັກຊີໂກ ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ກ່ວາ 246.000 ຄົນ.

ແລະກໍ່ໃນວັນທີ 13 ສິງຫາ, ລັດ New South Wales ຂອງອົດສະຕາລີ ໄດ້ປະກາດວ່າ ອົດສະຕາລີ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ໃນຊຸມຊົນ 390 ຄົນ. ວົງການເຈົ້າໜ້າທີ່ ອົດສະຕາລີ ໄດ້ກ່າວເຕືອນວ່າ ຕົວເລກນີ້ອາດຈະເພີ່ມຂຶ້ນໃນໄລຍະເວລາ 2 – 3 ວັນຈະມາເຖິງ, ໂດຍບໍ່ຫົວຊາຕໍ່ເລື່ອງ ອຳນາດການປົກຄອງລັດ ໄດ້ຈັດວາງບັນດາມາດຕະການປິດເມືອງ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 12 ສິງຫາ ຫາເວລາ 18 ໂມງຂອງວັນທີ 13 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 9.180 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຕື່ມອີກ 3.593 ຄົນ. 
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top