• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ໄວຣັດ SARS – CoV – 2 ສາຍພັນໃໝ່ທີ່ກວດພົບຄັ້ງທຳອິດຢູ່ ລັດ California  ເມື່ອເດືອນ ທັນວາ ປີ 2020 ອາດຈະແຜ່ລະບາດໄວກວ່າ ໄວຣັດສາຍພັນໃໝ່ ທີ່ກວດພົບກ່ອນໜ້ານັ້ນ ແລະ ສາມາດຕ້ານຄືນລະບົບຕ້ານທານຂອງມະນຸດ ກໍຄື ວັກຊິນ.

ນັບແຕ່ເວລາ 18 ໂມງຂອງວັນທີ 23 ກຸມພາ ຫາເວລາ 6 ໂມງຂອງວັນທີ 24 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 2 ກໍລະນີ ຢູ່ແຂວງ ຫາຍເຢືອງ ແລະ ໃນຕອນເຊົ້າວັນທີ 24 ກຸມພາ ປະກາດວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 43 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທີ່ຫາຍດີ ຢູ່ ຫວຽດນາມ ຂຶ້ນເປັນ 1.760 ຄົນ ແລະ ຈຳນວນຜູ້ເສຍຊີວິດຍັງແມ່ນ 35 ຄົນ.

                  ສ່ວນຢູູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 24 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 112.635.729 ຄົນ, ໃນນັ້ນ ມີ 2.495.260 ຄົນ ເສຍຊີວິດ.

                  ຢູ່ ອາເມລິກາ, ສອງການຄົ້ນຄວ້າທີ່ຫາກໍປະກາດໃນວັນທີ 23 ກຸມພາ  ຊີ້ໃຫ້ເຫັນວ່າ ໄວຣັດ SARS – CoV – 2 ສາຍພັນໃໝ່ທີ່ກວດພົບຄັ້ງທຳອິດຢູ່ ລັດ California  ເມື່ອເດືອນ ທັນວາ ປີ 2020 ອາດຈະແຜ່ລະບາດໄວກວ່າ ໄວຣັດສາຍພັນໃໝ່ ທີ່ກວດພົບກ່ອນໜ້ານັ້ນ ແລະ ສາມາດຕ້ານຄືນລະບົບຕ້ານທານຂອງມະນຸດ ກໍຄື ວັກຊິນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top