ທີ່ການຕ້ອນຮັບ, ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຢັ້ງຢືນວ່າໃນໄລຍະຈະມາເຖິງ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ສົມທົບກັບສະຖານທູດຫວຽດນາມ ຢ່າງແໜ້ນແຟ້ນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະໝີປາຍ ຍາມໃດກໍ່ເຄົາລົບນັບຖື ແລະ ຢຶດໝັ້ນໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.