• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານພະລັງງານກັບວິສາຫະກິດ ອາເມລິກາ

ວັນທີ 10 ມີນາ, ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດ GE Vernova Inc, ອາເມລິກາ ໄດ້ຈັດເວທີປາໄສພະລັງງານແຫ່ງການສ້າງການປ່ຽນແປງ.
  ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ, ກ່າວຄຳເຫັນທີ່ເວທີປາໄສ (ພາບ: MOIT)  

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາບັນລຸເປົ້າໝາຍການປ່ອຍອາຍພິດລົງເປັນ “0” ໃນປີ 2050 ທີ່ບັນດາກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ປີ 2021. ເພື່ອປະຕິບັດໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາຄູ່ຮ່ວມມືສາກົນ, ພິເສດແມ່ນບັນດາວິສາຫະກິດ ແລະ ກຸ່ມບໍລິສັດເຕັກໂນໂລຊີພະລັງງານແຖວໜ້າໂລກ.

“ດ້ວຍບົດບາດແມ່ນອົງການຄຸ້ມຄອງຂອງລັດໃນຂົງເຂດພະລັງງານກະຊວງອຸດສາຫະກຳການຄ້າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບວິສາຫະກິດສາກົນ ໃນວິວັດການພັດທະນາລະບົບພະລັງງານຂອງ ຫວຽດນາມ. ໃນໄລຍະຈະມາເຖິງທາງກະຊວງຈະສືບຕໍ່ເປັນເສນາທິການກັບຂັ້ນທີ່ມີສິດອຳນາດເພື່ອສ້າງແລວທາງນິຕິກຳໃຫ້ສົມບູນແບບປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຊຸກຍູ້ບັນດາກົນໄກຮ່ວມມື ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດເຂົ້າຮ່ວມການພັດທະນາບັນດາໂຄງການພະລັງງານຢູ່ ຫວຽດນາມ ຢ່າງເລິກເຊິ່ງກວ່າ”.

ໃນຂະນະນັ້ນ, ທ່ານ Roger Martella, ຜູ້ອຳນວຍການໃຫຍ່ຄຸ້ມຄອງວິສາຫະກິດທົ່ວໂລກຂອງ GE Vernova, ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຍາມໃດກໍ່ກຳນົດນິຍາມວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຍຸດທະສາດທີ່ສຸດໃນທົ່ວໂລກ ນັບທັງການພັດທະນາເສດຖະກິດ ແລະ ພະລັງງານ. ນັບແຕ່ຈຸດເວລາທີ່ພວກຂ້າພະເຈົ້າປຶກສາຫາລືກ່ຽວກັບຍຸດທະສາດດຳເນີນທຸລະກິດກ່ອນນີ້ ປີພວກຂ້າພະເຈົ້າໄດ້ຖື ຫວຽດນາມ ຄືດັ່ງຈຸດນັດພົບເປົ້າໝາຍຂອງຕົນ ກໍຄືແມ່ນໜຶ່ງໃນບັນດາຄູ່ຮ່ວມມືພັດທະນາຂອງພວກຂ້າພະເຈົ້າໃນວິວັດການເດີນທາງນີ້”.

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top