ຂ່າວສານ

ສະ​ຖາ​ນ​ທູດ ຫວຽດ​ນາມ ອວຍ​ພອນ 68 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ຕອນບ່າຍວັນທີ 17 ມີນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ໄດ້ໄປຍັງສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ເພື່ອສະແດງຄວາມຊົມເຊີຍຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/3/1955 - 22/3/2023).
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ມອບ ຊໍ່ດອກໄມ້ໃຫ້ ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ (ພາບ: TTXVN)  

ທີ່ການຕ້ອນຮັບ, ທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຢັ້ງຢືນວ່າໃນໄລຍະຈະມາເຖິງ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ສົມທົບກັບສະຖານທູດຫວຽດນາມ ຢ່າງແໜ້ນແຟ້ນ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະໝີປາຍ ຍາມໃດກໍ່ເຄົາລົບນັບຖື ແລະ ຢຶດໝັ້ນໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.


top